ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 102:25
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ພະອົງ​ວາງ​ຮາກ​ຖານ​ຂອງ​ໂລກ​ໄວ້​ດົນ​ນານ​ມາ​ແລ້ວ

      ແລະ​ທ້ອງຟ້າ​ກໍ​ເປັນ​ຜົນງານ​ຂອງ​ພະອົງ.+

  • ເອຊາຢາ 42:5
    ຄຳພີໄບເບິນສະບັບແປໂລກໃໝ່
    •  5 ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້

      ພະເຈົ້າ​ອົງ​ຍິ່ງໃຫຍ່ ຜູ້​ທີ່​ສ້າງ​ທ້ອງຟ້າ+

      ຜູ້​ທີ່​ສ້າງ​ໂລກ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ+

      ຜູ້​ທີ່​ໃຫ້​ລົມ​ຫາຍ​ໃຈ+

      ແລະ​ໃຫ້​ຊີວິດ​ກັບ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ເວົ້າ​ວ່າ:+

  • ເອຊາຢາ 45:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ຟ້າ.+

      ເພິ່ນ​ເປັນ​ພະເຈົ້າ​ທ່ຽງແທ້.

      ເພິ່ນ​ເປັນ​ຜູ້​ສ້າງ​ໂລກ​ແລະ​ເຮັດ​ໃຫ້​ໂລກ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ.+

      ເພິ່ນ​ບໍ່​ໄດ້​ສ້າງ​ໂລກ​ໄວ້​ຊື່​ໆ​* ແຕ່​ສ້າງ​ເພື່ອ​ໃຫ້​ຄົນ​ອາໄສ​ຢູ່.+

      ເພິ່ນ​ເວົ້າ​ວ່າ: “ເຮົາ​ແມ່ນ​ເຢໂຫວາ. ບໍ່​ມີ​ພະເຈົ້າ​ອື່ນ​ນອກ​ຈາກ​ເຮົາ.

  • ໂຣມ 1:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ເຖິງ​ວ່າ​ມະນຸດ​ເບິ່ງ​ບໍ່​ເຫັນ​ພະເຈົ້າ ແຕ່​ເມື່ອ​ສັງເກດ​ເບິ່ງ​ສິ່ງທີ່​ເພິ່ນ​ສ້າງ​ໄວ້ ພວກ​ເຮົາ​ກໍ​ຈະ​ເຫັນ​ຄຸນລັກສະນະ​ຕ່າງ​ໆ​ຂອງ​ເພິ່ນ​ຢ່າງ​ຈະ​ແຈ້ງ. ພວກ​ເຮົາ​ສາມາດ​ຮູ້​ຈັກ​ເພິ່ນ​ຫຼາຍ​ຂຶ້ນ​ຈາກ​ສິ່ງ​ທີ່​ເພິ່ນ​ສ້າງ.+ ສິ່ງ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ເພິ່ນ​ທີ່​ມີ​ຢູ່​ຕະຫຼອດ​ໄປ+ ແລະ​ພິສູດ​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແທ້​ໆ​.+ ຖ້າ​ຄົນ​ເຮົາ​ສັງເກດ​ເບິ່ງ​ສິ່ງ​ເຫຼົ່າ​ນີ້​ແລ້ວ ເຂົາເຈົ້າ​ກໍ​ຖຽງ​ບໍ່​ໄດ້​ວ່າ​ບໍ່​ມີ​ພະເຈົ້າ.

  • ເຮັບເຣີ 1:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ພະເຈົ້າ​ຍັງ​ໃຫ້​ຂຽນ​ໄວ້​ນຳ​ວ່າ: “ພະເຈົ້າ​ເອີ້ຍ ພະອົງ​ວາງ​ຮາກ​ຖານ​ຂອງ​ໂລກ​ໄວ້​ດົນ​ນານ​ມາ​ແລ້ວ ແລະ​ທ້ອງຟ້າ​ກໍ​ເປັນ​ຜົນ​ງານ​ຂອງ​ພະອົງ.

  • ພະນິມິດ 4:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 “ພະ​ເຢໂຫວາ*​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ສົມຄວນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ+ ຄວາມ​ນັບຖື+ ແລະອຳນາດ+​ຍ້ອນ​ພະອົງ​ໄດ້​ສ້າງ​ທຸກ​ສິ່ງ.+ ທຸກ​ສິ່ງ​ມີ​ຢູ່​ແລະ​ຖືກ​ສ້າງ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ.”

  • ພະນິມິດ 10:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ເພິ່ນ​ສາບານ​ໂດຍ​ອ້າງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ+ ຜູ້​ສ້າງ​ຟ້າ​ກັບ​ສິ່ງ​ທີ່​ຢູ່​ເທິງ​ຟ້າ ໂລກ​ກັບ​ສິ່ງ​ທີ່​ຢູ່​ໃນ​ໂລກ ແລະ​ທະເລ​ກັບ​ສິ່ງ​ທີ່​ຢູ່​ໃນ​ທະເລ. ເພິ່ນ​ສາບານ​ວ່າ:+ “ພະເຈົ້າ​ຈະ​ບໍ່​ຊ້າ​ອີກ​ຕໍ່​ໄປ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌