ວັນສຸກທີ 8 ສິງຫາ
ຄົນທີ່ເຮັດສິ່ງທີ່ຖືກຕ້ອງຢ້ານຢຳພະເຢໂຫວາ.—ສພສ. 14:2
ເມື່ອເຮົາເຫັນຫຼັກສິນລະທຳຂອງໂລກໃນທຸກມື້ນີ້ ເຮົາກໍຮູ້ສຶກຄືກັນກັບໂລດ. ໂລດ “ທຸກໃຈຫຼາຍກັບຄົນຊົ່ວທີ່ປະພຶດແບບບໍ່ມີຢາງອາຍ” ເພາະລາວຮູ້ວ່າພະເຢໂຫວາຊັງການເຮັດແບບນີ້. (2ປຕ. 2:7, 8) ຍ້ອນຮັກແລະຢ້ານຢຳພະເຢໂຫວາຫຼາຍ ລາວຈຶ່ງບໍ່ໄດ້ເຮັດຕາມຫຼັກສິນລະທຳທີ່ເສື່ອມຊາມຂອງຄົນໃນສະໄໝນັ້ນ. ພວກເຮົາໃນທຸກມື້ນີ້ກໍຄືກັນ ຢູ່ອ້ອມໂຕເຮົາມີບາງຄົນສົນໃຈຫຼັກສິນລະທຳຂອງພະເຢໂຫວາພຽງແຕ່ໜ້ອຍດຽວຫຼືບາງຄົນກໍບໍ່ສົນໃຈເລີຍ. ເຖິງຈະເປັນແບບນັ້ນ ເຮົາຍັງເປັນຄົນທີ່ສະອາດດ້ານສິນລະທຳໄດ້ຖ້າເຮົາຮັກພະເຢໂຫວາສະເໝີແລະຮຽນຮູ້ທີ່ຈະຢ້ານຢຳເພິ່ນ. ເພື່ອຈະເຮັດແບບນັ້ນໄດ້ ພະເຢໂຫວາໃຫ້ຄຳແນະນຳເຮົາໃນປຶ້ມສຸພາສິດ ເຊິ່ງຈະເຮັດໃຫ້ເຮົາໄດ້ຮັບກຳລັງໃຈ. ຄຳແນະນຳທີ່ສະຫຼາດໃນປຶ້ມສຸພາສິດເປັນປະໂຫຍດຫຼາຍແທ້ໆສຳລັບຄລິດສະຕຽນທຸກຄົນ ບໍ່ວ່າຈະເປັນຜູ້ຊາຍ ຜູ້ຍິງ ໄວລຸ້ນ ຫຼືຄົນສູງອາຍຸ. ເມື່ອເຮົາຢ້ານຢຳພະເຢໂຫວາ ເຮົາກໍຈະບໍ່ເປັນໝູ່ກັບຄົນທີ່ເຮັດສິ່ງທີ່ບໍ່ດີ. ຫ23.06 ໜ້າ 20 ຂໍ້ 1-2; ໜ້າ 21 ຂໍ້ 5
ວັນເສົາທີ 9 ສິງຫາ
ຖ້າຜູ້ໃດຢາກຕິດຕາມຂ້ອຍ ກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອໂຕເອງ ແລະຍອມແບກເສົາທໍລະມານຂອງໂຕເອງທຸກໆມື້ ແລ້ວຕິດຕາມຂ້ອຍຕໍ່ໆໄປ.—ລກ. 9:23
ເຈົ້າອາດເຈິການຕໍ່ຕ້ານຈາກຄົນໃນຄອບຄົວຫຼືເສຍໂອກາດທີ່ຈະຫາເງິນໃຫ້ໄດ້ຫຼາຍໆ ຍ້ອນເຈົ້າໃຫ້ການປົກຄອງຂອງພະເຈົ້າເປັນສິ່ງສຳຄັນທີ່ສຸດໃນຊີວິດ. (ມທ. 6:33) ຖ້າເປັນແນວນັ້ນ ຂໍໃຫ້ເຈົ້າໝັ້ນໃຈວ່າພະເຢໂຫວາເຫັນສິ່ງທີ່ເຈົ້າເຮັດເພື່ອເພິ່ນ. (ຮຣ. 6:10) ເຈົ້າອາດໄດ້ເຈິກັບໂຕເອງວ່າຄຳເວົ້າຂອງພະເຢຊູເປັນຈິງທີ່ວ່າ: “ຜູ້ໃດທີ່ໄດ້ສະລະເຮືອນ ຫຼືອ້າຍເອື້ອຍນ້ອງ ຫຼືພໍ່ແມ່ ຫຼືລູກ ຫຼືໄຮ່ນາເພື່ອຕິດຕາມຂ້ອຍແລະເພື່ອຂ່າວດີ ຜູ້ນັ້ນຈະໄດ້ຄືນ 100 ເທົ່າໃນຍຸກນີ້ ບໍ່ວ່າຈະເປັນເຮືອນ ອ້າຍເອື້ອຍນ້ອງ ແມ່ ລູກ ຫຼືໄຮ່ນາ ແລະກໍຈະຖືກຂົ່ມເຫງນຳ ແຕ່ໃນຍຸກໜ້າຈະໄດ້ຊີວິດຕະຫຼອດໄປ.” (ມຣກ. 10:29, 30) ສິ່ງດີໆທີ່ເຈົ້າໄດ້ໃນຕອນນີ້ ມັນຫຼາຍກວ່າສິ່ງທີ່ເຈົ້າເສຍສະລະໄປຫຼາຍເທົ່າ.—ພສ. 37:4. ຫ24.03 ໜ້າ 9 ຂໍ້ 5
ວັນອາທິດທີ 10 ສິງຫາ
ໝູ່ແທ້ສະແດງຄວາມຮັກສະເໝີ ແລະເປັນຄືກັບອ້າຍນ້ອງທີ່ເກີດມາເພື່ອຊ່ວຍກັນໃນຍາມທີ່ຍາກລຳບາກ.—ສພສ. 17:17
ເມື່ອຄລິດສະຕຽນໃນແຂວງຢູດາຍເຈິກັບການຂາດແຄນອາຫານຄັ້ງໃຫຍ່. ພີ່ນ້ອງໃນເມືອງອັນຕີໂອເຂຍໃນແຂວງຊີເຣຍໄດ້ “ຕົກລົງກັນວ່າຈະສົ່ງຄວາມຊ່ວຍເຫຼືອໄປໃຫ້ພີ່ນ້ອງທີ່ຢູ່ແຂວງຢູດາຍຕາມທີ່ແຕ່ລະຄົນຈະໃຫ້ໄດ້.” (ກຈກ. 11:27-30) ເຖິງວ່າພີ່ນ້ອງທີ່ເຈິກັບການຂາດແຄນອາຫານຈະຢູ່ໄກຫຼາຍ ແຕ່ພີ່ນ້ອງໃນເມືອງອັນຕີໂອເຂຍກໍຕັ້ງໃຈຈະຊ່ວຍ. (1ຢຮ. 3:17, 18) ເຮົາກໍສະແດງຄວາມເຫັນອົກເຫັນໃຈພີ່ນ້ອງທີ່ເຈິກັບໄພພິບັດໄດ້ຄືກັນ. ເຮົາອາດລົງມືຊ່ວຍພີ່ນ້ອງທັນທີໂດຍບໍລິຈາກເງິນເພື່ອວຽກງານທົ່ວໂລກ ອະທິດຖານເພື່ອພີ່ນ້ອງເຫຼົ່ານັ້ນທີ່ເຈິກັບໄພພິບັດ ຫຼືອາດຖາມຜູ້ດູແລວ່າເຮົາຈະອາສາສະໝັກໄປຊ່ວຍໄດ້ບໍ. ພີ່ນ້ອງອາດຕ້ອງການຄວາມຊ່ວຍເຫຼືອເພື່ອຈະມີສິ່ງຈຳເປັນຕ່າງໆ. ເມື່ອຮອດຕອນທີ່ພະເຢຊູກະສັດຂອງເຮົາມາເພື່ອພິພາກສາ ເຮົາຢາກໃຫ້ເພິ່ນເຫັນວ່າເຮົາກຳລັງສະແດງຄວາມເຫັນອົກເຫັນໃຈກັນແລະຢາກໃຫ້ເພິ່ນເຊີນເຮົາໃຫ້ “ມາຮັບປະໂຫຍດຈາກການປົກຄອງຂອງພະເຈົ້າ.”—ມທ. 25:34-40. ຫ23.07 ໜ້າ 4 ຂໍ້ 9-10; ໜ້າ 6 ຂໍ້ 12