-
ອົບພະຍົບ 39:15-18ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ແລ້ວເຂົາເຈົ້າກໍເອົາຄຳແທ້ມາກ້ຽວເຂົ້າກັນເປັນຄືເຊືອກເພື່ອຈະໃຊ້ກັບແຜ່ນປົກເອິກ.+ 16 ເຂົາເຈົ້າເຮັດເບົ້າຄຳ 2 ອັນ ກັບບ້ວງຄຳ 2 ບ້ວງ ແລະເອົາ 2 ບ້ວງນີ້ຕິດໃສ່ທັງສອງສົ້ນທາງເທິງຂອງແຜ່ນປົກເອິກ. 17 ເຂົາເຈົ້າເອົາເຊືອກຄຳ 2 ເສັ້ນມາສອດໃສ່ບ້ວງທີ່ຢູ່ທັງສອງສົ້ນທາງເທິງຂອງແຜ່ນປົກເອິກ. 18 ເຂົາເຈົ້າເອົາ 2 ສົ້ນທີ່ເຫຼືອໄປສອດໃສ່ເບົ້າ 2 ອັນທີ່ຢູ່ບ່າເພື່ອໃຫ້ແຜ່ນປົກເອິກມາຫ້ອຍຢູ່ທາງໜ້າຂອງເອໂຟດພໍດີ.
-