-
ລະບຽບພວກເລວີ 4:8-10ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ຫຼັງຈາກນັ້ນ ລາວຕ້ອງລອກນ້ຳມັນຂອງງົວທີ່ເປັນເຄື່ອງບູຊາໄຖ່ບາບອອກໃຫ້ໝົດຄື: ນ້ຳມັນທີ່ປົກໄສ້ກັບນ້ຳມັນທີ່ຕິດຢູ່ໄສ້ 9 ແລະໝາກໄຂ່ຫຼັງ 2 ໜ່ວຍ ກັບນ້ຳມັນທີ່ຕິດໝາກໄຂ່ຫຼັງທີ່ຢູ່ໃກ້ໆແອວ. ລາວຕ້ອງລອກນ້ຳມັນທີ່ຕິດຢູ່ຕັບອອກໄປຈົນຮອດໝາກໄຂ່ຫຼັງ.+ 10 ປະໂລຫິດໃຫຍ່ຈະເອົາສ່ວນຕ່າງໆເຫຼົ່ານີ້ອອກຄືກັບງົວໂຕທີ່ໃຊ້ເປັນເຄື່ອງບູຊາສ້າງຄວາມສະຫງົບສຸກ.+ ລາວຈະເອົາສ່ວນຕ່າງໆເຫຼົ່ານີ້ໄປເຜົາຢູ່ເທິງແທ່ນເຜົາເຄື່ອງບູຊາ.
-