-
ລະບຽບພວກເລວີ 5:6ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ລາວຕ້ອງເອົາເຄື່ອງບູຊາໄຖ່ຄວາມຜິດມາໃຫ້ພະເຢໂຫວາສຳລັບຄວາມຜິດຂອງລາວ+ຄື ແກະໂຕແມ່ໂຕໜຶ່ງຈາກຝູງ ຫຼືຈະເປັນແບ້ໂຕແມ່ໂຕໜຶ່ງກໍໄດ້. ນີ້ຈະເປັນເຄື່ອງບູຊາໄຖ່ບາບຂອງລາວ ແລ້ວປະໂລຫິດຈະໄຖ່ຄວາມຜິດໃຫ້ລາວ ແລ້ວລາວຈະໄດ້ຮັບການຍົກໂທດ.
-
-
ລະບຽບພວກເລວີ 6:6ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ລາວຕ້ອງເອົາເຄື່ອງບູຊາໄຖ່ຄວາມຜິດມາໃຫ້ພະເຢໂຫວານຳ. ລາວຕ້ອງເອົາແກະໂຕຜູ້ທີ່ຕຸ້ຍພີດີງາມ ເຊິ່ງມີລາຄາຕາມມາດຕະຖານມາໃຫ້ປະໂລຫິດ ເພື່ອເປັນເຄື່ອງບູຊາໄຖ່ຄວາມຜິດ.+
-
-
ລະບຽບພວກເລວີ 14:2ຄຳພີໄບເບິນສະບັບແປໂລກໃໝ່
-
-
2 “ນີ້ແມ່ນກົດໝາຍກ່ຽວກັບຄົນຂີ້ທູດ. ໃນມື້ທີ່ຈະປະກາດວ່າລາວສະອາດ ຕ້ອງພາລາວໄປຫາປະໂລຫິດແລະເຮັດຕາມນີ້.+
-
-
ລະບຽບພວກເລວີ 19:20, 21ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ຖ້າຜູ້ຊາຍຄົນໃດມີເພດສຳພັນກັບຜູ້ຍິງຄົນໜຶ່ງ ແຕ່ຜູ້ຍິງຄົນນັ້ນເປັນຄົນຮັບໃຊ້ ແລະເຈົ້ານາຍຂອງລາວສັນຍາກັບລາວໄວ້ແລ້ວວ່າຈະໃຫ້ແຕ່ງດອງກັບຜູ້ຊາຍອີກຄົນໜຶ່ງ ຖ້າຜູ້ຍິງຄົນນັ້ນຍັງບໍ່ມີໃຜມາໄຖ່ຫຼືຍັງບໍ່ມີອິດສະຫຼະເທື່ອ ເຂົາເຈົ້າຈະຖືກລົງໂທດ ແຕ່ບໍ່ເຖິງຕາຍຍ້ອນຜູ້ຍິງຄົນນັ້ນຍັງບໍ່ມີອິດສະຫຼະເທື່ອ. 21 ຜູ້ຊາຍຄົນນັ້ນຕ້ອງເອົາແກະໂຕຜູ້ໂຕໜຶ່ງມາໃຫ້ພະເຢໂຫວາຢູ່ທາງເຂົ້າເຕັ້ນສັກສິດ* ເພື່ອເປັນເຄື່ອງບູຊາໄຖ່ຄວາມຜິດຂອງໂຕເອງ.+
-
-
ຈົດເຊັນບັນຊີ 6:12ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ລາວຕ້ອງເອົາແກະໂຕຜູ້ທີ່ອາຍຸບໍ່ກາຍ 1 ປີມາເປັນເຄື່ອງບູຊາໄຖ່ຄວາມຜິດ ແລ້ວລາວຕ້ອງເລີ່ມເປັນນາຊີຣີຂອງພະເຢໂຫວາໃໝ່. ລາວຈະນັບເວລາທີ່ລາວເປັນນາຊີຣີກ່ອນໜ້ານີ້ບໍ່ໄດ້ ຍ້ອນລາວເຮັດໃຫ້ໂຕເອງບໍ່ສະອາດ. ລາວຕ້ອງໄດ້ເລີ່ມນັບໃໝ່.
-