-
ລະບຽບພວກເລວີ 2:3-7ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ສ່ວນທີ່ເຫຼືອຂອງເຄື່ອງບູຊາທີ່ເຮັດຈາກເມັດເຂົ້ານັ້ນຈະເປັນຂອງອາໂຣນກັບພວກລູກຊາຍຂອງລາວ.+ ນີ້ແມ່ນສິ່ງທີ່ບໍລິສຸດແທ້ໆ+ທີ່ເອົາມາຈາກເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ.
4 ຖ້າເຄື່ອງບູຊາທີ່ເຮັດຈາກເມັດເຂົ້າຂອງເຈົ້າເຮັດດ້ວຍວິທີການອົບ ເຄື່ອງບູຊານັ້ນຕ້ອງເຮັດຈາກແປ້ງລະອຽດ. ໃຫ້ນວດແປ້ງໃສ່ນ້ຳມັນ ແລ້ວເຮັດເປັນເຂົ້າຈີ່ບໍ່ມີເຊື້ອຮູບວົງມົນ* ຫຼືເຮັດເປັນເຂົ້າຈີ່ບໍ່ມີເຊື້ອແຜ່ນບາງໆທີ່ທານ້ຳມັນ.+
5 ຖ້າເຄື່ອງບູຊາທີ່ເຮັດຈາກເມັດເຂົ້າຂອງເຈົ້າເຮັດດ້ວຍວິທີການຂາງຢູ່ເທິງໝໍ້+ ເຄື່ອງບູຊານັ້ນຕ້ອງເຮັດຈາກແປ້ງລະອຽດບໍ່ໃສ່ເຊື້ອນວດໃສ່ນ້ຳມັນ. 6 ເຈົ້າຕ້ອງຫັກເຂົ້າຈີ່ນັ້ນເປັນປ່ຽງໆ ແລະເອົານ້ຳມັນເທໃສ່.+ ນີ້ແມ່ນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ.
7 ຖ້າເຄື່ອງບູຊາທີ່ເຮັດຈາກເມັດເຂົ້າຂອງເຈົ້າເຮັດດ້ວຍວິທີການຈືນໃສ່ໝໍ້ ເຄື່ອງບູຊານັ້ນຕ້ອງເຮັດຈາກແປ້ງລະອຽດນວດໃສ່ນ້ຳມັນ.
-
-
ຈົດເຊັນບັນຊີ 18:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ພວກເຈົ້າຈະໄດ້ສ່ວນແບ່ງຈາກເຄື່ອງບູຊາດ້ວຍໄຟເຊິ່ງເປັນເຄື່ອງບູຊາທີ່ບໍລິສຸດແທ້ໆຄື: ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ ເຄື່ອງບູຊາໄຖ່ບາບ+ ແລະເຄື່ອງບູຊາໄຖ່ຄວາມຜິດ+ທີ່ພວກອິດສະຣາເອນເອົາມາໃຫ້ເຮົາ. ທັງໝົດນີ້ແມ່ນສິ່ງທີ່ບໍລິສຸດແທ້ໆສຳລັບເຈົ້າກັບພວກລູກຊາຍຂອງເຈົ້າ.
-