21 ຖ້າຜູ້ໃດເອົາເຄື່ອງບູຊາສ້າງຄວາມສະຫງົບສຸກ+ມາໃຫ້ພະເຢໂຫວາ ຕາມທີ່ລາວໄດ້ສາບານໄວ້ ຫຼືເອົາມາໃຫ້ດ້ວຍຄວາມສະໝັກໃຈ ລາວຕ້ອງເອົາງົວຫຼືແກະໂຕທີ່ຕຸ້ຍພີດີງາມມາໃຫ້ ເພື່ອພະເຈົ້າຈະພໍໃຈລາວ. ຫ້າມເອົາສັດທີ່ພິການມາໃຫ້ເດັດຂາດ.