-
ອົບພະຍົບ 29:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
29 “ເພື່ອຊິແຍກອາໂຣນກັບພວກລູກຊາຍຂອງລາວໄວ້ໃຫ້ເປັນຄົນບໍລິສຸດແລະພ້ອມທີ່ຈະເປັນປະໂລຫິດຂອງເຮົາ ໃຫ້ເຈົ້າເອົາສິ່ງເຫຼົ່ານີ້ມາຄື: ງົວໂຕຜູ້ໂຕໜຶ່ງ ແກະໂຕຜູ້ 2 ໂຕທີ່ສົມບູນດີ+ 2 ເຂົ້າຈີ່ບໍ່ມີເຊື້ອ ເຂົ້າຈີ່ບໍ່ມີເຊື້ອທີ່ນວດໃສ່ນ້ຳມັນເຮັດເປັນຮູບວົງມົນ* ແລະເຂົ້າຈີ່ບໍ່ມີເຊື້ອແຜ່ນບາງໆທີ່ທານ້ຳມັນ.+ ເຈົ້າຕ້ອງເຮັດເຂົ້າຈີ່ເຫຼົ່ານີ້ດ້ວຍແປ້ງເຂົ້າວີດ*ລະອຽດ. 3 ໃຫ້ເອົາເຂົ້າຈີ່ເຫຼົ່ານີ້ໃສ່ໃນກະດົ້ງ+ ແລະເອົາມາຕໍ່ໜ້າເຮົາພ້ອມກັບງົວແລະແກະ 2 ໂຕນັ້ນ.
-
-
ລະບຽບພວກເລວີ 6:14, 15ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ກົດໝາຍເລື່ອງເຄື່ອງບູຊາທີ່ເຮັດຈາກເມັດເຂົ້າເປັນແນວນີ້.+ ພວກລູກຊາຍຂອງອາໂຣນຕ້ອງເອົາເຄື່ອງບູຊານີ້ໄປທີ່ແທ່ນບູຊາຕໍ່ໜ້າພະເຢໂຫວາ. 15 ປະໂລຫິດຄົນໜຶ່ງຈະເອົາແປ້ງລະອຽດ 1 ກຳມື ແລະນ້ຳມັນກັບກຳຍານ* ເຊິ່ງເປັນສ່ວນໜຶ່ງຂອງເຄື່ອງບູຊາທີ່ເຮັດຈາກເມັດເຂົ້າໄປເຜົາເທິງແທ່ນ ເປັນເຄື່ອງບູຊາເພື່ອລະນຶກເຖິງ* ເຊິ່ງມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.*+
-