-
ລະບຽບພວກເລວີ 5:11, 12ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ແຕ່ຖ້າລາວບໍ່ມີເງິນຊື້ນົກເຂົາ 2 ໂຕ ຫຼືນົກກາງແກ 2 ໂຕ ໃຫ້ລາວເອົາແປ້ງລະອຽດ 1 ສ່ວນ 10 ເອຟາ*+ ມາເປັນເຄື່ອງບູຊາໄຖ່ຄວາມຜິດຂອງລາວ. ແຕ່ລາວບໍ່ຄວນເອົານ້ຳມັນຫຼືກຳຍານ*ໃສ່ແປ້ງນັ້ນ ເພາະນີ້ແມ່ນເຄື່ອງບູຊາໄຖ່ບາບ. 12 ລາວຕ້ອງເອົາແປ້ງໃຫ້ປະໂລຫິດ. ປະໂລຫິດຈະເອົາແປ້ງນັ້ນ 1 ກຳມືໄປເປັນເຄື່ອງບູຊາເພື່ອລະນຶກເຖິງ* ແລະເອົາໄປເຜົາຢູ່ແທ່ນເທິງເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ. ນີ້ແມ່ນເຄື່ອງບູຊາໄຖ່ບາບ.
-