-
ອົບພະຍົບ 29:38-41ຄຳພີໄບເບິນສະບັບແປໂລກໃໝ່
-
-
38 ຕໍ່ໄປນີ້ແມ່ນເຄື່ອງບູຊາທີ່ຕ້ອງເອົາມາແທ່ນບູຊາທຸກໆມື້:+ ແກະໂຕຜູ້ອາຍຸ 1 ປີທັງໝົດ 2 ໂຕ. 39 ໂຕທຳອິດໃຫ້ບູຊາຕອນເຊົ້າແລະໂຕທີສອງໃຫ້ບູຊາຕອນໃກ້ຊິຄ່ຳ.*+ 40 ເມື່ອເອົາແກະໂຕທຳອິດມາບູຊາ ໃຫ້ເອົາເຫຼົ້າແວງ 1 ສ່ວນ 4 ຮິນ*ມາເປັນເຄື່ອງບູຊາດື່ມ ແລະເອົາແປ້ງລະອຽດ 1 ສ່ວນ 10 ເອຟາ*ນວດໃສ່ກັບນ້ຳມັນໝາກກອກຢ່າງດີ 1 ສ່ວນ 4 ຮິນ*ມາບູຊາພ້ອມກັນ. 41 ຕອນໃກ້ຊິຄ່ຳໃຫ້ເຈົ້າເອົາແກະໂຕທີສອງມາບູຊາພ້ອມກັບແປ້ງລະອຽດແລະເຫຼົ້າແວງ. ໃຫ້ເຮັດຄືກັບຕອນເຊົ້າ. ເຈົ້າຈະເຜົາເຄື່ອງບູຊານີ້ທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.
-
-
ຈົດເຊັນບັນຊີ 28:4-6ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ແກະໂຕທຳອິດຈະໃຊ້ເປັນເຄື່ອງບູຊາໃນຕອນເຊົ້າ ແລະໂຕທີ 2 ຈະໃຊ້ເປັນເຄື່ອງບູຊາໃນຕອນໃກ້ຊິຄ່ຳ.*+ 5 ໃຫ້ເອົາແປ້ງລະອຽດ 1 ສ່ວນ 10 ເອຟາ*ທີ່ນວດໃສ່ນ້ຳມັນຢ່າງດີ 1 ສ່ວນ 4 ຮິນ*ທີ່ເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມານຳ.+ 6 ນີ້ແມ່ນເຄື່ອງບູຊາເຜົາ+ສຳລັບທຸກມື້ຕາມທີ່ກຳນົດໄວ້ຢູ່ພູຊີນາຍ ເປັນເຄື່ອງບູຊາດ້ວຍໄຟທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.
-