ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 14:49-53
    ຄຳພີໄບເບິນສະບັບແປໂລກໃໝ່
    • 49 ລາວ​ຕ້ອງ​ເອົາ​ນົກ 2 ໂຕ ງ່າ​ໄມ້​ຊີດ້າ ຜ້າ​ສີ​ແດງ​ສົດ ແລະ​ຕົ້ນ​ຫູ​ສົບ​ມາ​ເພື່ອ​ເຮັດ​ໃຫ້​ເຮືອນ​ນັ້ນ​ສະອາດ.+ 50 ລາວ​ຈະ​ຂ້າ​ນົກ​ໂຕ​ໜຶ່ງ​ໃນ​ໝໍ້​ດິນ​ເຊິ່ງ​ມີ​ນ້ຳ​ທີ່​ຕັກ​ມາ​ຈາກ​ນ້ຳ​ທີ່​ໄຫຼ. 51 ລາວ​ຈະ​ເອົາ​ງ່າ​ໄມ້​ຊີດ້າ ຕົ້ນ​ຫູ​ສົບ ຜ້າ​ສີ​ແດງ​ສົດ ແລະ​ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ຢູ່​ຈຸ່ມ​ລົງ​ໃນ​ເລືອດ​ຂອງ​ນົກ​ທີ່​ຖືກ​ຂ້າ​ໃນ​ໝໍ້​ເຊິ່ງ​ມີ​ນ້ຳ​ທີ່​ຕັກ​ມາ​ຈາກ​ນ້ຳ​ທີ່​ໄຫຼ ແລ້ວ​ລາວ​ຈະ​ຊິດ​ເລືອດ​ໄປ​ທາງ​ເຮືອນ​ນັ້ນ 7 ເທື່ອ.+ 52 ລາວ​ຈະ​ໃຊ້​ເລືອດ​ນົກ ນ້ຳ​ທີ່​ຕັກ​ມາ​ຈາກ​ນ້ຳ​ທີ່​ໄຫຼ ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ຢູ່ ງ່າ​ໄມ້​ຊີດ້າ ຕົ້ນ​ຫູ​ສົບ ແລະ​ຜ້າ​ສີ​ແດງ​ສົດ​ເພື່ອ​ເຮັດ​ໃຫ້​ເຮືອນ​ນັ້ນ​ສະອາດ. 53 ລາວ​ຈະ​ປ່ອຍ​ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ຢູ່​ອອກ​ໄປ​ນອກ​ຄ້າຍ. ຍ້ອນ​ແນວ​ນີ້ ລາວ​ຈະ​ເອົາ​ສິ່ງ​ທີ່​ບໍ່​ສະອາດ​ອອກ​ໄປ​ຈາກ​ເຮືອນ* ແລ້ວ​ຈະ​ຖື​ວ່າ​ເຮືອນ​ນັ້ນ​ສະອາດ.

  • ຈົດເຊັນບັນຊີ 19:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ປະໂລຫິດ​ຈະ​ເອົາ​ງ່າ​ໄມ້​ຊີດ້າ* ຕົ້ນ​ຫູ​ສົບ+ ແລະ​ຜ້າ​ສີ​ແດງ​ສົດ​ຖິ້ມ​ລົງ​ໃສ່​ກອງ​ໄຟ​ທີ່​ຈູດ​ງົວ​ໂຕ​ນັ້ນ.

  • ຈົດເຊັນບັນຊີ 19:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ໃຫ້​ຄົນ​ທີ່​ຖື​ວ່າ​ສະອາດ​ຄົນ​ໜຶ່ງ​ໄປ​ເອົາ​ຂີ້ເທົ່າ​ຂອງ​ງົວ​ໂຕ+ນັ້ນ​ມາ ແລະ​ເອົາ​ໄປ​ມ້ຽນ​ໄວ້​ບ່ອນ​ທີ່​ສະອາດ​ບ່ອນ​ໜຶ່ງ. ພວກ​ອິດສະຣາເອນ​ຕ້ອງ​ມ້ຽນ​ຂີ້ເທົ່າ​ໄວ້ ແລະ​ເຂົາ​ເຈົ້າ​ຈະເອົາຂີ້ເທົ່ານັ້ນປະສົມ​ກັບ​ນ້ຳເພື່ອ​ໃຊ້​ໃນ​ຕອນ​ເຮັດ​ໃຫ້​ຄົນ​ສະອາດ.+ ງົວ​ໂຕ​ນັ້ນ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.

  • ເພງສັນລະເສີນ 51:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ຂໍ​ພະອົງ​ເອົາ​ຕົ້ນ​ຫູສົບ​ຊິດ​ນ້ຳ​ໃສ່​ລູກ​ເພື່ອ​ລູກ​ຈະ​ສະອາດ​ຈາກ​ບາບ.+

      ຂໍ​ພະອົງ​ລ້າງ​ລູກ​ເພື່ອ​ລູກ​ຈະ​ໄດ້​ຂາວ​ກວ່າ​ຫິມະ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌