-
ພະບັນຍັດ 13:6-9ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ຖ້າອ້າຍຫຼືນ້ອງຊາຍ ລູກຊາຍຫຼືລູກສາວ ເມຍທີ່ເຈົ້າຮັກຫຼືໝູ່ທີ່ເຈົ້າສະໜິດລັກຊວນເຈົ້າວ່າ ‘ໄປ໋ ໄປນະມັດສະການພະເຈົ້າອື່ນນຳກັນເນາະ’+ ເຊິ່ງເປັນພະເຈົ້າທີ່ເຈົ້າແລະປູ່ຍ່າຕານາຍຂອງເຈົ້າບໍ່ເຄີຍຮູ້ຈັກ 7 ເປັນພະເຈົ້າຂອງຊາດອື່ນໆທີ່ຢູ່ອ້ອມຂ້າງເຈົ້າ ບໍ່ວ່າຈະຢູ່ໃກ້ຫຼືຢູ່ໄກ ຕັ້ງແຕ່ສຸດຂອບໂລກເບື້ອງນີ້ຈົນຮອດສຸດຂອບໂລກເບື້ອງນັ້ນ 8 ຫ້າມເຈົ້າຟັງຫຼືເຮັດຕາມລາວ.+ ຫ້າມເຈົ້າອີ່ຕົນຫຼືປົກປ້ອງລາວ. 9 ແຕ່ເຈົ້າຕ້ອງຂ້າລາວ.+ ເຈົ້າຕ້ອງເປັນຄົນທຳອິດທີ່ດຶກກ້ອນຫີນໃສ່ລາວ ແລ້ວຄົນອື່ນກໍຈະດຶກນຳເຈົ້າ.+
-