ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 19:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ເຂົາ​ເຈົ້າຮ້ອງ​ໃສ່ລາວ​ບໍ່​ຢຸດ​ບໍ່​ເຊົາ​ວ່າ: “ພວກ​ຜູ້​ຊາຍ​ທີ່​ມາ​ພັກ​ນຳ​ເຈົ້າ​ຄືນ​ນີ້ ພວກ​ເຂົາ​ຢູ່​ໃສ? ເອົາ​ພວກ​ເຂົາ​ມາ​ໃຫ້​ພວກ​ເຮົານອນ​ນຳ.”+

  • ລະບຽບພວກເລວີ 18:22
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ຫ້າມ​ຜູ້​ຊາຍ​ກັບ​ຜູ້​ຊາຍ​ມີເພດ​ສຳພັນກັນ.+ ການ​ເຮັດ​ແນວ​ນີ້​ເປັນ​ຕາ​ໜ້າ​ລັງກຽດ.

  • ພວກຜູ້ຕັດສິນ 19:22
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ມ່ວນ​ຊື່ນ​ຢູ່​ນັ້ນ ພວກ​ຜູ້​ຊາຍ​ຂອງ​ເມືອງ​ນັ້ນ​ທີ່​ເປັນ​ຄົນ​ຊົ່ວກໍ​ມາ​ລ້ອມ​ເຮືອນ​ຂອງ​ພໍ່​ຕູ້ ທຸບ​ປະຕູ​ແລະ​ຮ້ອງ​ໃສ່​ບໍ່​ຢຸດ​ບໍ່​ເຊົາ​ວ່າ: “ເອົາ​ຜູ້​ຊາຍ​ທີ່​ມາ​ພັກ​ຢູ່​ເຮືອນ​ຂອງ​ເຈົ້າ​ອອກ​ມາ​ດຽວ​ນີ້. ພວກ​ເຮົາ​ຊິ​ນອນ​ນຳ​ລາວ.”+

  • ໂຣມ 1:26, 27
    ຄຳພີໄບເບິນສະບັບແປໂລກໃໝ່
    • 26 ຍ້ອນ​ແນວ​ນີ້ ພະເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ເຂົາເຈົ້າ​ມີ​ຕັນຫາ​ແບບ​ທີ່​ເປັນ​ຕາ​ອາຍ.+ ຜູ້​ຍິງ​ປ່ຽນ​ຈາກ​ການ​ນອນ​ນຳ​ຜູ້​ຊາຍ​ໄປ​ນອນ​ນຳ​ຜູ້​ຍິງ​ນຳ​ກັນ.+ 27 ສ່ວນ​ຜູ້​ຊາຍ​ກໍ​ຄື​ກັນ ເຂົາເຈົ້າ​ເຊົາ​ນອນ​ນຳ​ຜູ້​ຍິງ ແລ້ວ​ມີ​ໃຈ​ເຜົາ​ຮ້ອນ​ດ້ວຍ​ລາຄະ​ຕັນຫາ​ຕໍ່​ຜູ້​ຊາຍ​ນຳ​ກັນ. ຜູ້​ຊາຍ​ກັບ​ຜູ້​ຊາຍ+​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ນຳ​ກັນ. ເຂົາເຈົ້າ​ຈຶ່ງ​ໄດ້​ຮັບ​ໂທດ​ສົມ​ກັບ​ຄວາມ​ຜິດ​ຂອງ​ໂຕເອງ.+

  • 1 ໂກຣິນໂທ 6:9, 10
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ພວກ​ເຈົ້າ​ຮູ້​ແລ້ວ​ແມ່ນ​ບໍ​ວ່າ​ຄົນ​ເຮັດ​ຊົ່ວ​ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ?*+ ຢ່າ​ຕົວະ​ໂຕເອງ. ຄົນ​ເຮັດ​ຜິດສິນລະທຳ​ທາງເພດ*+ ຄົນ​ຂາບໄຫວ້​ຮູບ​ບູຊາ+ ຄົນ​ຫຼິ້ນຊູ້+ ຜູ້ຊາຍ​ທີ່​ນອນ​ນຳ​ຜູ້ຊາຍ*+ 10 ຄົນ​ຂີ້ລັກ ຄົນ​ໂລບ+ ຄົນ​ຂີ້ເຫຼົ້າ+ ຄົນ​ປາກ​ຮ້າຍ ແລະ​ຄົນ​ມັກ​ຂູດຮີດ ຈະ​ບໍ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.+

  • ຢູດາ 7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ຄ້າຍຄື​ກັນ ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ແລະ​ເມືອງ​ທີ່​ຢູ່​ໃກ້​ໆ​ກໍ​ມົວ​ເມົາ​ຢູ່​ກັບ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*​ແລະ​ຕັນຫາ​ແບບ​ຜິດ​ທຳມະຊາດ+ ເຂົາເຈົ້າ​ຈຶ່ງ​ຖືກ​ຕັດສິນ​ແລະ​ລົງໂທດ​ດ້ວຍ​ໄຟ​ທີ່​ບໍ່​ມີ​ມື້​ມອດ.* ເລື່ອງ​ນີ້​ເປັນ​ຕົວຢ່າງ​ສອນ​ພວກ​ເຮົາ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌