ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 15:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ເຈົ້າ​ຕ້ອງ​ແຍກ​ລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ຈາກ​ຝູງ​ສັດ​ໄວ້​ສຳລັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ຖ້າ​ເປັນ​ງົວ​ກໍ​ບໍ່​ໃຫ້​ເອົາ​ໄປ​ໃຊ້​ວຽກ ຖ້າ​ເປັນ​ແກະ​ກໍ​ບໍ່​ໃຫ້​ຕັດ​ຂົນ​ມັນ.

  • ພະບັນຍັດ 15:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ແຕ່​ຖ້າ​ສັດ​ໂຕ​ໃດ​ບໍ່​ສົມບູນ ພິການ ຕາ​ບອດ ຫຼື​ມີ​ສ່ວນ​ທີ່​ບໍ່​ດີ​ບ່ອນ​ໃດ​ບ່ອນ​ໜຶ່ງ ຫ້າມ​ເຈົ້າ​ເອົາ​ສັດ​ໂຕ​ນັ້ນ​ໄປ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.+

  • ພະບັນຍັດ 17:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 “ຫ້າມ​ເອົາ​ງົວ​ຫຼື​ແກະ​ທີ່​ມີສ່ວນ​ບໍ່​ດີບ່ອນ​ໃດ​ບ່ອນ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຂີ້ດຽດ​ມັນ.+

  • ມາລາກີ 1:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ຕອນ​ທີ່​ພວກ​ເຈົ້າ​ເອົາ​ສັດ​ຕາບອດ​ມາ​ເປັນ​ເຄື່ອງ​ບູຊາ ພວກ​ເຈົ້າ​ເວົ້າ​ວ່າ “ບໍ່​ເປັນ​ຫຍັງ​ດອກ” ແລະ​ຕອນ​ທີ່​ພວກ​ເຈົ້າ​ເອົາ​ສັດ​ພິການ​ແລະ​ສັດ​ທີ່​ໂຊ​ມາ​ໃຫ້​ເຮົາ ພວກ​ເຈົ້າ​ກໍ​ເວົ້າ​ວ່າ “ບໍ່​ຜິດ​ດອກ.”’”+

      “ໃຫ້​ພວກ​ເຈົ້າ​ເອົາ​ສັດ​ແບບ​ນັ້ນ​ໄປ​ໃຫ້​ເຈົ້າແຂວງ​ເບິ່ງ​ດຸ. ລາວ​ຊິ​ເອົາ​ເບາະ? ລາວ​ຊິ​ພໍໃຈ​ພວກ​ເຈົ້າ​ບໍ?” ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້.

  • ເຮັບເຣີ 9:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ເລືອດ​ຂອງ​ພະຄລິດ+​ກໍ​ຕ້ອງ​ເຮັດ​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ. ເພິ່ນ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະລັງ​ບໍລິສຸດ​ທີ່​ຢູ່​ຕະຫຼອດ​ໄປ​ແລະ​ມອບ​ໂຕເອງ​ໃຫ້​ພະເຈົ້າ​ເປັນ​ເຄື່ອງ​ບູຊາ​ທີ່​ບໍ່​ມີ​ຕຳໜິ. ເລືອດ​ຂອງ​ເພິ່ນ​ຈຶ່ງ​ລົບ​ລ້າງ​ຄວາມ​ຮູ້ສຶກ​ຜິດ​ຂອງ​ພວກ​ເຮົາ​ທີ່​ເກີດ​ຈາກ​ການ​ກະທຳ​ທີ່​ບໍ່​ມີ​ປະໂຫຍດ+ ເພື່ອ​ພວກ​ເຮົາ​ຈະ​ໄດ້​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.+

  • 1 ເປໂຕ 1:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ແຕ່​ຖືກ​ປົດປ່ອຍ​ດ້ວຍ​ເລືອດ​ທີ່​ມີ​ຄ່າ​ຫຼາຍ+​ຂອງ​ພະຄລິດ+​ເຊິ່ງ​ເປັນ​ຄື​ກັບ​ເລືອດ​ຂອງ​ແກະ​ນ້ອຍ​ທີ່​ສົມບູນ​ດີ​ແລະ​ບໍ່​ມີ​ຕຳໜິ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌