ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 28:26-31
    ຄຳພີໄບເບິນສະບັບແປໂລກໃໝ່
    • 26 ໃນ​ມື້​ທີ່​ພວກ​ເຈົ້າ​ເກັບ​ກ່ຽວ​ຜົນລະປູກ​ຊຸດ​ທຳອິດ+ ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ.*+ ພວກ​ເຈົ້າ​ຕ້ອງ​ເອົາ​ເຂົ້າວີດ*ໃໝ່​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ.+ ໃຫ້​ພວກ​ເຈົ້າ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ ແລະ​ຫ້າມເຮັດ​ວຽກ​ຕ່າງ​ໆ​ຕະຫຼອດ​ເທດສະການ​ນັ້ນ.+ 27 ພວກ​ເຈົ້າ​ຕ້ອງ​ເອົາ​ງົວ​ໂຕ​ຜູ້ 2 ໂຕ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 7 ໂຕ ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.+ 28 ພວກ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ທີ່​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ນຳ. ສຳລັບ​ງົວ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 3 ສ່ວນ 10 ເອຟາ* ສຳລັບ​ແກະ​ໂຕ​ຜູ້​ແມ່ນ​ແປ້ງ 2 ສ່ວນ 10 ເອຟາ* 29 ແລະ​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້​ແຕ່​ລະ​ໂຕ​ແມ່ນ​ແປ້ງ 1 ສ່ວນ 10 ເອຟາ.* 30 ພວກ​ເຈົ້າ​ຕ້ອງ​ເອົາ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກ​ເຈົ້າ.+ 31 ນອກ​ຈາກ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້ ພວກ​ເຈົ້າຍັງ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ເຜົາ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ໃຫ້​ສຳລັບ​ທຸກ​ມື້​ມາ​ນຳ. ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.’”+

  • ພະບັນຍັດ 16:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ໃຫ້​ຜູ້​ຊາຍ​ທຸກ​ຄົນ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໃນ​ບ່ອນ​ທີ່​ເພິ່ນ​ເລືອກ​ໄວ້ ປີ​ລະ 3 ເທື່ອ​ຄື: ຕອນ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+ ເທດສະການ​ເກັບ​ກ່ຽວ+ ແລະ​ເທດສະການ​ປຸກ​ຕູບ.+ ເມື່ອ​ໄປ​ຫາ​ພະ​ເຢໂຫວາ ຢ່າ​ໃຫ້​ຜູ້​ໃດ​ໄປແຕ່​ໂຕ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌