-
ເຮັບເຣີ 9:24-26ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ພະຄລິດບໍ່ໄດ້ເຂົ້າໄປໃນບ່ອນບໍລິສຸດທີ່ມະນຸດສ້າງ+ທີ່ເປັນແຕ່ແບບຈຳລອງຈາກຂອງແທ້+ ແຕ່ເພິ່ນເຂົ້າໄປໃນສະຫວັນ+ເພື່ອໄປຢູ່ຕໍ່ໜ້າພະເຈົ້າສຳລັບພວກເຮົາ.+ 25 ເພິ່ນບໍ່ໄດ້ເຂົ້າໄປເພື່ອມອບໂຕເອງເປັນເຄື່ອງບູຊາເລື້ອຍໆຄືກັບທີ່ປະໂລຫິດໃຫຍ່ເຂົ້າໄປໃນບ່ອນບໍລິສຸດທຸກປີ+ພ້ອມກັບເລືອດສັດ ແຕ່ບໍ່ແມ່ນເລືອດຂອງໂຕເອງ. 26 ຖ້າຕ້ອງເຮັດແນວນັ້ນ ເພິ່ນກະຄືຊິຕ້ອງທຸກທໍລະມານເລື້ອຍໆຕັ້ງແຕ່ເລີ່ມມີໂລກນີ້.* ແຕ່ຕອນນີ້ທີ່ເປັນໄລຍະສຸດທ້າຍຂອງຍຸກ* ເພິ່ນມາແຕ່ເທື່ອດຽວເພື່ອກຳຈັດບາບຕະຫຼອດໄປໂດຍມອບໂຕເພິ່ນເອງເປັນເຄື່ອງບູຊາ.+
-
-
1 ໂຢຮັນ 2:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ພວກລູກທີ່ຮັກ ຂ້ອຍຂຽນເລື່ອງເຫຼົ່ານີ້ເພື່ອພວກເຈົ້າຈະບໍ່ເຮັດຜິດ ແຕ່ຖ້າຜູ້ໃດເຮັດຜິດ ພວກເຮົາກໍມີຜູ້ຊ່ວຍທີ່ຢູ່ກັບພະເຈົ້າຜູ້ເປັນພໍ່. ຜູ້ຊ່ວຍຜູ້ນີ້ແມ່ນພະເຢຊູຄລິດ+ຜູ້ທີ່ບໍ່ເຄີຍເຮັດຫຍັງຜິດເລີຍ.+ 2 ເພິ່ນເປັນເຄື່ອງບູຊາ+ໄຖ່ບາບຂອງພວກເຮົາ+ເພື່ອໃຫ້ພວກເຮົາຄືນດີກັບພະເຈົ້າ. ບໍ່ແມ່ນແຕ່ບາບຂອງພວກເຮົາເທົ່ານັ້ນ ແຕ່ບາບຂອງໝົດທຸກຄົນໃນໂລກນຳອີກ.+
-