ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 16:29-31
    ຄຳພີໄບເບິນສະບັບແປໂລກໃໝ່
    • 29 ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ​ຄື: ໃນ​ວັນ​ທີ 10 ຂອງ​ເດືອນ​ທີ 7 ພວກ​ເຈົ້າ​ຕ້ອງ​ສະແດງ​ວ່າເສຍໃຈ​ທີ່​ໄດ້​ເຮັດຜິດ.* ຫ້າມ​ບໍ່​ໃຫ້​ຜູ້​ໃດ​ເຮັດ​ວຽກ+ ບໍ່​ວ່າ​ຈະ​ເປັນ​ພວກ​ອິດສະຣາເອນ​ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ. 30 ມື້​ນີ້​ຈະ​ເປັນ​ມື້​ໄຖ່​ຄວາມ​ຜິດ+ໃຫ້​ພວກ​ເຈົ້າ ແລະ​ຈະ​ຖື​ວ່າ​ພວກ​ເຈົ້າ​ສະອາດ. ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ ແລະ​ພະ​ເຢໂຫວາ​ຈະ​ຖື​ວ່າ​ພວກ​ເຈົ້າ​ສະອາດ.+ 31 ມື້​ນີ້​ເປັນ​ວັນ​ຊະບາໂຕ* ເປັນ​ວັນ​ພັກຜ່ອນ​ສຳລັບ​ພວກ​ເຈົ້າ. ພວກ​ເຈົ້າ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເສຍໃຈ​ທີ່​ໄດ້​ເຮັດ​ຜິດ.+ ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ.

  • ລະບຽບພວກເລວີ 23:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 “ແຕ່​ວັນ​ທີ 10 ຂອງ​ເດືອນ​ທີ 7 ຈະ​ເປັນ​ວັນ​ໄຖ່​ຄວາມ​ຜິດ.+ ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ. ເຈົ້າ​ຕ້ອງ​ສະແດງ​ວ່າ​ເສຍໃຈ​ທີ່​ໄດ້​ເຮັດ​ຜິດ*+ ແລະ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ໃຫ້​ພະ​ເຢໂຫວາ.

  • ຈົດເຊັນບັນຊີ 29:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ໃນ​ວັນ​ທີ 10 ຂອງ​ເດືອນ​ທີ 7 ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ+ ແລະ​ພວກ​ເຈົ້າ​ຕ້ອງ​ສະແດງ​ວ່າ​ເສຍໃຈ​ທີ່​ໄດ້​ເຮັດ​ຜິດ.* ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌