ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 28:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ສັດຕູ​ທີ່​ມາ​ຕໍ່ສູ້​ເຈົ້າ​ບໍ່​ຊະນະ​ເຈົ້າ.+ ພວກ​ເຂົາ​ຈະ​ມາ​ໂຈມ​ຕີ​ເຈົ້າ​ທາງ​ໜຶ່ງ ແຕ່​ຈະ​ແຕກ​ໜີ​ໄປ 7 ທາງ.+

  • ໂຢຊວຍ 23:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ພວກ​ເຈົ້າ​ຄົນ​ດຽວ​ຈະໄລ່​ນຳ​ສັດຕູ 1.000 ຄົນ+ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຕໍ່ສູ້​ແທນ​ພວກ​ເຈົ້າ+​ຄື​ກັບ​ທີ່​ເພິ່ນ​ເຄີຍ​ສັນຍາ​ໄວ້.+

  • ພວກຜູ້ຕັດສິນ 7:15, 16
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ເມື່ອ​ກີເດໂອນ​ໄດ້​ຍິນ​ທະຫານ​ເລົ່າ​ຄວາມ​ຝັນ​ແລະ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ແລ້ວ+ ລາວ​ກໍ​ກົ້ມ​ລົງ​ນະມັດສະການ​ພະເຈົ້າ. ຫຼັງ​ຈາກ​ນັ້ນ ລາວ​ກັບ​ໄປ​ຄ້າຍ​ຂອງ​ພວກ​ອິດສະຣາເອນ​ແລະ​ເວົ້າ​ວ່າ: “ໄປ໋​ພວກ​ເຮົາ ພະ​ເຢໂຫວາ​ໄດ້​ມອບ​ທະຫານ​ມີດີອານ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ​ແລ້ວ.” 16 ແລ້ວ​ລາວ​ກໍ​ແບ່ງ​ທະຫານ 300 ຄົນ​ອອກ​ເປັນ 3 ກອງ. ລາວ​ເອົາ​ແກ​ເຂົາ​ສັດ+ກັບ​ໝໍ້​ໃຫຍ່​ທີ່​ມີ​ກະບອງ​ໄຟ​ຢູ່​ທາງ​ໃນ​ໃຫ້​ເຂົາ​ເຈົ້າ​ຄົນ​ລະ​ຊຸດ.

  • ພວກຜູ້ຕັດສິນ 15:15, 16
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ແຊມຊັນ​ແນມ​ເຫັນ​ກະດູກ​ຄາງ​ກະ​ໄຕ​ຂອງ​ລາ​ທີ່​ຍັງ​ໃໝ່​ໆ​ສົດ​ໆ​ຢູ່. ລາວ​ຈຶ່ງ​ເອົາ​ກະດູກ​ນັ້ນ​ຂ້າ​ພວກ​ຟີລິດສະຕີນ​ຕາຍ​ໄປ 1.000 ຄົນ.+ 16 ແລ້ວ​ແຊມຊັນ​ກໍ​ເວົ້າ​ວ່າ:

      “ດ້ວຍ​ກະດູກ​ຄາງ​ກະ​ໄຕ​ຂອງ​ລາ​ອັນ​ດຽວ ຂ້ອຍ​ຂ້າ​ຄົນ​ໄດ້​ບັກ​ຫຼາຍ​ໆ​.

      ດ້ວຍ​ກະດູກ​ຄາງ​ກະ​ໄຕ​ຂອງ​ລາ​ອັນ​ດຽວ ຂ້ອຍ​ຂ້າ​ສັດຕູ​ໄດ້​ໜຶ່ງ​ພັນ​ຄົນ.”+

  • 1 ຂ່າວຄາວ 11:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ອາບີຊາຍ+​ອ້າຍ​ຂອງ​ໂຢອາບ+​ຢູ່​ໃນກຸ່ມ​ທະຫານ​ອີກ​ກຸ່ມ​ໜຶ່ງ​ທີ່​ມີ 3 ຄົນ ແລະ​ລາວ​ເປັນ​ຫົວໜ້າ. ໃນ​ການ​ຕໍ່ສູ້​ເທື່ອ​ດຽວ ລາວ​ໃຊ້​ຫອກ​ຂ້າ​ພວກ​ທະຫານ​ຫຼາຍ​ກວ່າ 300 ຄົນ ແລະ​ລາວ​ມີ​ຊື່ສຽງ​ສ່ຳ​ກັບ​ພວກ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌