-
ລະບຽບພວກເລວີ 11:21-24ຄຳພີໄບເບິນສະບັບແປໂລກໃໝ່
-
-
21 ສຳລັບແມງໄມ້ທີ່ຢູ່ນຳກັນເປັນຝູງທີ່ມີປີກແລະໄຕ່ໄປໄດ້ ພວກເຈົ້າກິນໄດ້ສະເພາະແຕ່ຊະນິດທີ່ມີຂາຫຼັງພັບໄດ້ແລະເຕັ້ນໄປໄດ້. 22 ພວກເຈົ້າກິນໄດ້ແຕ່ຕັກກະແຕນຊະນິດຕ່າງໆ+ກັບຈີ່ລໍ່ຊະນິດຕ່າງໆ. 23 ສ່ວນແມງໄມ້ທີ່ຢູ່ນຳກັນເປັນຝູງທີ່ມີປີກແລະໄຕ່ໄປໄດ້ຊະນິດອື່ນໆທັງໝົດ ພວກເຈົ້າຕ້ອງຖືວ່າເປັນສັດທີ່ເປັນຕາຂີ້ດຽດ. 24 ສັດເຫຼົ່ານີ້ຈະເຮັດໃຫ້ພວກເຈົ້າບໍ່ສະອາດ. ຖ້າຜູ້ໃດໄປຖືກຫຼືໄປບາຍຊາກສັດເຫຼົ່ານີ້ ຈະຖືວ່າຜູ້ນັ້ນບໍ່ສະອາດຈົນຮອດຄ່ຳ.+
-
-
ພະບັນຍັດ 14:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ໂຕໝູກໍຫ້າມກິນ ເພາະຕີນມັນແຍກເປັນ 2 ກີບ ແຕ່ບໍ່ໄດ້ຄ້ຽວເອື້ອງ. ມັນເປັນສັດທີ່ຖືວ່າບໍ່ສະອາດ. ຢ່າກິນຊີ້ນຂອງສັດເຫຼົ່ານີ້ ຫຼືຈັບບາຍຊາກຂອງພວກມັນ.
-