-
ໂຢຊວຍ 17:3, 4ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ແຕ່ເຊໂລເຟຂາດ+ບໍ່ມີລູກຊາຍມີແຕ່ລູກສາວ. ເຊໂລເຟຂາດຜູ້ນີ້ເປັນລູກຊາຍຂອງເຮເຟ ເຮເຟເປັນລູກຊາຍຂອງກິລຽດ ກິລຽດເປັນລູກຊາຍຂອງມາກີ ມາກີເປັນລູກຊາຍຂອງມານາເຊ. ລູກສາວຂອງເຊໂລເຟຂາດຊື່ມາລາ ໂນອາ ໂຮກລາ ມີລະກາ ແລະຕີຣະຊາ. 4 ພວກລູກສາວເຫຼົ່ານີ້ໄດ້ໄປຫາປະໂລຫິດເອເລອາຊາ+ ໂຢຊວຍລູກຊາຍຂອງນູນ ແລະພວກຫົວໜ້າ ແລ້ວເວົ້າວ່າ: “ພະເຢໂຫວາສັ່ງໄວ້ກັບໂມເຊວ່າໃຫ້ພວກເຮົາໄດ້ຮັບດິນມູນຄືກັບພີ່ນ້ອງຂອງພວກເຮົາ.”+ ໂຢຊວຍຈຶ່ງແບ່ງດິນມູນຈາກພີ່ນ້ອງຂອງເຂົາເຈົ້າແລ້ວເອົາໃຫ້ເຂົາເຈົ້າຕາມຄຳສັ່ງຂອງພະເຢໂຫວາ.+
-