ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 23:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ* ເມື່ອ​ພວກ​ເຈົ້າ​ເກັບ​ຜົນລະປູກ​ຊຸດ​ທຳອິດ​ໃນ​ສວນ​ຂອງ​ພວກ​ເຈົ້າ+ ແລະ​ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ*ໃນ​ທ້າຍ​ປີ ເມື່ອ​ພວກ​ເຈົ້າ​ເກັບ​ຜົນລະປູກ​ຊຸດ​ສຸດທ້າຍ​ໃນ​ສວນ​ຂອງ​ພວກ​ເຈົ້າ.+

  • ລະບຽບພວກເລວີ 23:34-36
    ຄຳພີໄບເບິນສະບັບແປໂລກໃໝ່
    • 34 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ວັນ​ທີ 15 ຂອງ​ເດືອນ​ທີ 7 ໃຫ້​ພວກ​ເຈົ້າ​ສະຫຼອງ​ເທດສະການ​ປຸກ​ຕູບ* 7 ມື້​ໃຫ້​ພະ​ເຢໂຫວາ.+ 35 ໃນ​ມື້​ທຳອິດ ພວກ​ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ ແລະ​ຫ້າມ​ເຈົ້າ​ເຮັດ​ວຽກ. 36 ຕະຫຼອດ 7 ມື້​ນັ້ນ ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ໃຫ້​ພະ​ເຢໂຫວາ ແລ້ວ​ໃນ​ມື້​ທີ 8 ເຈົ້າ​ຕ້ອງ​ມາ​ລວມ​ໂຕ​ກັນ​ເພື່ອ​ນະມັດສະການ​ພະເຈົ້າ+ ແລະ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ. ນີ້​ແມ່ນ​ການ​ປະຊຸມ​ທີ່​ພິເສດ. ຫ້າມ​ເຈົ້າ​ເຮັດ​ວຽກ.

  • ພະບັນຍັດ 16:13-15
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຫຼັງ​ຈາກ​ທີ່​ເຈົ້າ​ຟາດ​ເຂົ້າ​ແລ້ວ ແລະ​ເຮັດ​ນ້ຳມັນ​ໝາກກອກ​ກັບ​ເຫຼົ້າແວງ​ແລ້ວ ໃຫ້​ເຈົ້າ​ສະຫຼອງ​ເທດສະການ​ປຸກ​ຕູບ*+ 7 ມື້. 14 ໃຫ້​ເຈົ້າ​ສະຫຼອງ​ເທດສະການ​ນີ້​ຢ່າງ​ມ່ວນ​ຊື່ນ+ ກັບ​ລູກ​ຊາຍ ລູກສາວ ທາດ​ຊາຍ ທາດ​ຍິງ ຄົນ​ເລວີ ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່ ແລະ​ແມ່​ໝ້າຍ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ. 15 ໃຫ້​ເຈົ້າ​ສະຫຼອງ​ເທດສະການ​ນີ້​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ 7 ມື້+ ໃນ​ບ່ອນ​ທີ່​ພະ​ເຢໂຫວາ​ໄດ້​ເລືອກ​ໄວ້ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ອວຍພອນ​ເຈົ້າ​ໃຫ້​ໄດ້​ຮັບ​ຜົນລະປູກ​ຫຼາຍ ແລະ​ອວຍພອນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.+ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ.+

  • ເນເຮມີຢາ 8:14-18
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ແລ້ວ​ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ໃນ​ປຶ້ມ​ກົດ​ໝາຍ​ນັ້ນ​ພະ​ເຢໂຫວາ​ໄດ້​ສັ່ງ​ພວກ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ​ວ່າ ໃນ​ໄລຍະ​ທີ່​ສະຫຼອງ​ເທດສະການ​ປຸກ​ຕູບ​ໃນ​ເດືອນ​ທີ 7+ ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ຕູບ​ນັ້ນ. 15 ເມື່ອ​ຮູ້​ແນວ​ນັ້ນ ເຂົາ​ເຈົ້າຈຶ່ງ​ປະກາດ+​ໃນ​ທຸກ​ເມືອງ​ແລະ​ທົ່ວ​ເຢຣູຊາເລັມ​ວ່າ: “ໃຫ້​ໄປ​ເຂດ​ພູ ໄປ​ເອົາ​ງ່າ​ຕົ້ນ​ໝາກກອກ ງ່າ​ຕົ້ນ​ແປກ ງ່າຕົ້ນ​ໄມ້​ຫອມ* ງ່າ​ຕົ້ນ​ໄມ້​ອື່ນ​ໆ​ທີ່​ມີ​ໃບ​ດົກ ແລະ​ກ້ານ​ຕົ້ນ​ປາມ​ມາ​ປຸກ​ຕູບ​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ.”

      16 ປະຊາຊົນ​ກໍ​ໄປ​ເອົາ​ງ່າ​ໄມ້​ຕ່າງ​ໆ​ມາ​ປຸກ​ຕູບ​ຢູ່​ເທິງ​ດາດ​ຟ້າ ເດີ່ນ​ບ້ານ ເດີ່ນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້+ ເດີ່ນ​ທີ່​ຢູ່​ຕໍ່​ໜ້າ​ປະຕູ​ນ້ຳ+ ແລະ​ເດີ່ນ​ທີ່​ຢູ່​ຕໍ່​ໜ້າ​ປະຕູ​ເອຟຣາຢິມ.+ 17 ປະຊາຊົນ​ທຸກ​ຄົນ​ທີ່​ກັບ​ມາ​ຈາກ​ບາບີໂລນ​ໄດ້​ປຸກ​ຕູບ​ແລະ​ຢູ່​ໃນ​ຕູບ​ນັ້ນ. ພວກ​ອິດສະຣາເອນ​ມີ​ຄວາມ​ສຸກ​ຫຼາຍ+ ຍ້ອນ​ວ່າ​ບໍ່​ໄດ້​ມີ​ການ​ຈັດ​ງານ​ສະຫຼອງ​ເທດສະການ​ນີ້​ຕັ້ງ​ແຕ່​ສະໄໝ​ຂອງ​ໂຢຊວຍ+​ລູກ​ຊາຍ​ຂອງ​ນູນ. 18 ທຸກ​ໆ​ມື້ ຕັ້ງ​ແຕ່​ມື້​ທຳອິດ​ຈົນ​ຮອດ​ມື້​ສຸດທ້າຍ​ໃນ​ການ​ສະຫຼອງ​ເທດສະການ​ປຸກ​ຕູບ ມີ​ການ​ອ່ານ​ປຶ້ມ​ກົດ​ໝາຍ​ຂອງ​ພະເຈົ້າ​ທ່ຽງແທ້.+ ເຂົາ​ເຈົ້າ​ສະຫຼອງ​ເທດສະການ​ນັ້ນ 7 ມື້ ແລະ​ໃນ​ມື້​ທີ 8 ເຂົາ​ເຈົ້າ​ໄດ້​ຈັດ​ການ​ປະຊຸມ​ພິເສດ​ຕາມ​ທີ່​ກົດ​ໝາຍ​ໄດ້​ກຳນົດ​ໄວ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌