-
ພະບັນຍັດ 1:26-28ຄຳພີໄບເບິນສະບັບແປໂລກໃໝ່
-
-
26 ແຕ່ພວກເຈົ້າພັດບໍ່ຍອມຂຶ້ນໄປ ແລະຂັດຄຳສັ່ງພະເຢໂຫວາພະເຈົ້າຂອງພວກເຈົ້າ.+ 27 ພວກເຈົ້າຈົ່ມຢູ່ໃນເຕັ້ນຂອງໂຕເອງບໍ່ຢຸດບໍ່ເຊົາວ່າ ‘ຍ້ອນພະເຢໂຫວາຊັງພວກເຮົາ ເພິ່ນຈຶ່ງພາພວກເຮົາອອກຈາກເອຢິບມາໃຫ້ພວກອາໂມຂ້າຖິ້ມ. 28 ພວກເຮົາບໍ່ຢາກໄປຫັ້ນດອກ ເພາະພີ່ນ້ອງຂອງພວກເຮົາເຮັດໃຫ້ພວກເຮົາຢ້ານຈົນຫົວຫົດ.*+ ເຂົາເຈົ້າບອກວ່າ “ຄົນຢູ່ຫັ້ນໂຕບັກໃຫຍ່ໆບັກສູງໆ ເມືອງຂອງພວກເຂົາທັງໃຫຍ່ທັງມີກຳແພງ*ສູງຈົນຮອດຟ້າ+ ແລະພວກເຮົາກໍເຫັນພວກລູກຫຼານຂອງອານາກ+ຢູ່ຫັ້ນນຳ.”’
-