ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 3:19, 20
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ມີ​ແຕ່​ລູກ​ກັບ​ເມຍ ແລະ​ຝູງ​ສັດ​ຂອງ​ພວກ​ເຈົ້າ​ທີ່​ຈະ​ຍັງ​ຢູ່​ໃນ​ເມືອງ​ທີ່​ຂ້ອຍເອົາໃຫ້​ພວກ​ເຈົ້າ (ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ມີ​ຝູງ​ສັດ​ຫຼາຍ.) 20 ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ໃຫ້​ໄດ້​ພັກຜ່ອນ ຄື​ກັບ​ທີ່​ເພິ່ນ​ຊ່ວຍ​ພວກ​ເຈົ້າ. ເມື່ອ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຍຶດ​ເອົາ​ແຜ່ນດິນ​ທີ່​ຢູ່​ຟາກ​ນັ້ນ​ຂອງ​ແມ່​ນ້ຳ​ຈໍແດນ​ໄດ້​ແລ້ວ ພວກ​ເຈົ້າ​ຈຶ່ງ​ຈະ​ກັບ​ມາ​ຢູ່​ດິນ​ຂອງ​ໂຕເອງ​ທີ່​ຂ້ອຍ​ເອົາ​ໃຫ້​ໄດ້.’+

  • ໂຢຊວຍ 1:14, 15
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ລູກ​ກັບ​ເມຍ​ແລະ​ຝູງ​ສັດ​ຂອງ​ພວກ​ເຈົ້າ​ຕ້ອງ​ຖ້າ​ຢູ່​ແຜ່ນດິນ​ຟາກ​ນີ້​ຂອງ​ແມ່​ນ້ຳ​ຈໍແດນ​ທີ່​ໂມເຊ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ.+ ສ່ວນ​ພວກ​ເຈົ້າ​ທີ່ເປັນ​ທະຫານ​+ຕ້ອງ​ນຳ​ໜ້າ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ແລະ​ຂ້າມ​ແມ່​ນ້ຳ​ໄປ.+ ພວກ​ເຈົ້າ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ຕໍ່ສູ້​ກັບ​ພວກ​ສັດຕູ 15 ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ຍຶດ​ເອົາ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະ​ເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ ແລະ​ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຂົາ​ເຈົ້າ​ຢູ່​ຢ່າງ​ສະຫງົບ​ຄື​ກັບ​ທີ່​ເພິ່ນ​ໄດ້​ໃຫ້​ພວກ​ເຈົ້າ​ແລ້ວ. ຈາກ​ນັ້ນ ພວກ​ເຈົ້າ​ຈຶ່ງ​ຈະ​ກັບ​ມາ​ຢູ່​ແຜ່ນດິນ​ຟາກ​ນີ້​ຂອງ​ແມ່​ນ້ຳ​ຈໍແດນ​ໄດ້ ເຊິ່ງ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ.’”+

  • ໂຢຊວຍ 13:8
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ອີກ​ເຄິ່ງ​ໜຶ່ງ​ຂອງຕະກູນ​ມານາເຊໄດ້​ແຜ່ນ​ດິນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ເປັນ​ມໍລະດົກ​ແລ້ວ ຕາມ​ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ເອົາ​ໃຫ້​ເຂົາ​ເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌