-
ໂຢຊວຍ 20:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 “ໃຫ້ເຈົ້າບອກພວກອິດສະຣາເອນວ່າ ‘ໃຫ້ເລືອກບາງເມືອງເພື່ອຈະເປັນເມືອງລີ້ໄພ+ສຳລັບພວກເຈົ້າຕາມທີ່ເຮົາໄດ້ສັ່ງໂມເຊໄວ້ 3 ເພື່ອຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ ຫຼືໂດຍອຸບັດຕິເຫດຈະໜີໄປຢູ່ຫັ້ນໄດ້. ເມືອງເຫຼົ່ານັ້ນຈະເປັນບ່ອນລີ້ໄພສຳລັບເຂົາເຈົ້າຈາກຄົນທີ່ມີສິດແກ້ແຄ້ນ.+
-
-
ໂຢຊວຍ 20:7, 8ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ເຂົາເຈົ້າໄດ້ກັນເມືອງໄວ້ຕາມທີ່ພະເຈົ້າສັ່ງ. ເມືອງເຫຼົ່ານັ້ນມີດັ່ງນີ້: ເມືອງເກເດັດ+ທີ່ຢູ່ໃນຄາລີເລຢູ່ເຂດພູຂອງຕະກູນນັບທາລີ ເມືອງເຊເຄັມ+ຢູ່ເຂດພູຂອງຕະກູນເອຟຣາຢິມ ແລະເມືອງກີຣິອາດອາຣະບາ+ເຊິ່ງມີອີກຊື່ໜຶ່ງວ່າເຮັບໂຣນຢູ່ເຂດພູຂອງຕະກູນຢູດາ. 8 ສ່ວນເມືອງລີ້ໄພທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນທາງທິດຕາເວັນອອກຂອງເຢຣິໂກມີດັ່ງນີ້: ເມືອງເບເຊ+ທີ່ຢູ່ບ່ອນກັນດານໃນເຂດພູພຽງຂອງຕະກູນຣູເບັນ ເມືອງຣາໂມດ+ໃນເຂດກິລຽດເຊິ່ງຢູ່ໃນເຂດຂອງຕະກູນຄາດ ແລະເມືອງໂກລານ+ໃນເຂດບາຊານເຊິ່ງຢູ່ໃນເຂດຂອງຕະກູນມານາເຊ.+
-
-
ໂຢຊວຍ 21:27ຄຳພີໄບເບິນສະບັບແປໂລກໃໝ່
-
-
27 ເມືອງຕ່າງໆທີ່ເຄິ່ງໜຶ່ງຂອງຕະກູນມານາເຊເອົາໃຫ້ພວກທີ່ເປັນລູກຫຼານຂອງເກໂຊນ+ມີຄື: ເມືອງໂກລານ+ກັບທົ່ງຫຍ້າຂອງເມືອງນັ້ນທີ່ຢູ່ເຂດບາຊານ ເຊິ່ງໃຊ້ເປັນເມືອງລີ້ໄພສຳລັບຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ ແລະເມືອງເບເອັດເຕຣາກັບທົ່ງຫຍ້າຂອງເມືອງນັ້ນ. ລວມທັງໝົດມີ 2 ເມືອງ.
-
-
ໂຢຊວຍ 21:32ຄຳພີໄບເບິນສະບັບແປໂລກໃໝ່
-
-
32 ເມືອງຕ່າງໆທີ່ຕະກູນນັບທາລີເອົາໃຫ້ມີຄື: ເມືອງເກເດັດ+ກັບທົ່ງຫຍ້າຂອງເມືອງນັ້ນທີ່ຢູ່ເຂດພູຄາລີເລ ເຊິ່ງໃຊ້ເປັນເມືອງລີ້ໄພ+ສຳລັບຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ. ເຂົາເຈົ້າຍັງເອົາເມືອງຮຳມົດໂດເຣກັບທົ່ງຫຍ້າຂອງເມືອງນັ້ນ ແລະເມືອງກາຣະຕານກັບທົ່ງຫຍ້າຂອງເມືອງນັ້ນໃຫ້ນຳ. ລວມທັງໝົດມີ 3 ເມືອງ.
-