-
ພະບັນຍັດ 19:4, 5ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ຖ້າຜູ້ໃດຂ້າຄົນຕາຍ ແລະລາວບໍ່ຢາກຖືກຂ້າ ລາວຕ້ອງເຮັດແນວນີ້. ເມື່ອລາວເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ ແລະບໍ່ໄດ້ກຽດຊັງກັນມາກ່ອນ+ 5 ຍົກຕົວຢ່າງ: ເມື່ອລາວໄປຕັດຟືນຢູ່ໃນປ່າ ແລະລາວຍົກຂວານຊິຕັດໄມ້ ແຕ່ຫົວຂວານຫຼຸດຈາກດ້າມໄປຖືກຄົນອື່ນ ແລ້ວເຮັດໃຫ້ຄົນນັ້ນຕາຍ ລາວກໍຕ້ອງໜີໄປເມືອງລີ້ໄພເມືອງໃດເມືອງໜຶ່ງໃນ 3 ເມືອງນີ້.+
-
-
ໂຢຊວຍ 20:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 “ໃຫ້ເຈົ້າບອກພວກອິດສະຣາເອນວ່າ ‘ໃຫ້ເລືອກບາງເມືອງເພື່ອຈະເປັນເມືອງລີ້ໄພ+ສຳລັບພວກເຈົ້າຕາມທີ່ເຮົາໄດ້ສັ່ງໂມເຊໄວ້ 3 ເພື່ອຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ ຫຼືໂດຍອຸບັດຕິເຫດຈະໜີໄປຢູ່ຫັ້ນໄດ້. ເມືອງເຫຼົ່ານັ້ນຈະເປັນບ່ອນລີ້ໄພສຳລັບເຂົາເຈົ້າຈາກຄົນທີ່ມີສິດແກ້ແຄ້ນ.+
-