ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 4:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ກ່ອນ​ທີ່ຈະ​ຍ້າຍ​ຄ້າຍ​ພັກ​ແລະ​ອອກ​ເດີນ​ທາງ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕ້ອງ​ປົກ​ຫຼື​ຫໍ່​ສິ່ງ​ຂອງ​ຕ່າງ​ໆ​ຂອງ​ບ່ອນ​ບໍລິສຸດ+ ແລະ​ອຸປະກອນ​ທຸກ​ຢ່າງ​ສຳລັບ​ບ່ອນ​ບໍລິສຸດ​ໃຫ້​ຮຽບຮ້ອຍ. ຈາກ​ນັ້ນ ລູກ​ຫຼານ​ຂອງ​ໂກຮາດ​ກໍ​ຈະ​ມາ​ຫາມ​ໄປ.+ ແຕ່​ຫ້າມ​ເຂົາ​ເຈົ້າ​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ຂອງ​ຕ່າງ​ໆ​ຂອງ​ບ່ອນ​ບໍລິສຸດ​ເພື່ອ​ເຂົາ​ເຈົ້າ​ຈະບໍ່​ຕາຍ.+ ນີ້​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ລູກ​ຫຼານ​ໂກຮາດ​ທີ່​ກ່ຽວ​ກັບ​ເຕັ້ນ​ສັກສິດ.

  • ຈົດເຊັນບັນຊີ 4:24-26
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ຕໍ່​ໄປ​ນີ້​ແມ່ນ​ວຽກ​ມອບໝາຍ​ທີ່​ລູກ​ຫຼານ​ຂອງ​ເກໂຊນ​ຕ້ອງ​ເບິ່ງ​ແຍງ​ແລະ​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ຕ້ອງ​ຂົນ​ໄປ.+ 25 ເຂົາ​ເຈົ້າ​ຕ້ອງ​ຂົນ​ຜ້າ​ເຕັ້ນ​ສັກສິດ+ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ໃນ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ນອກ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ນອກ​ສຸດ+ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ ຜ້າກັ້ງ​ສຳລັບ​ທາງເຂົ້າ​ເຕັ້ນ+ 26 ຜ້າ​ກັ້ນ​ເດີ່ນ+ ຜ້າກັ້ງ​ສຳລັບ​ທາງເຂົ້າ​ເດີ່ນ+​ຂອງ​ເຕັ້ນ​ສັກສິດ​ທີ່​ມີ​ແທ່ນ​ບູຊາ ເຊືອກ​ສຳລັບ​ຄຶງ​ເສົາ ແລະ​ອຸປະກອນ​ກັບ​ເຄື່ອງ​ມື​ທັງ​ໝົດ​ທີ່​ໃຊ້​ສຳລັບ​ວຽກ​ນີ້. ນີ້​ແມ່ນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.

  • ຈົດເຊັນບັນຊີ 4:31-33
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ເຕັ້ນ​ສັກສິດ​ທີ່​ເຂົາ​ເຈົ້າ​ຕ້ອງ​ຮັບຜິດຊອບ​ຂົນ​ໄປ+​ຄື: ໂຄງ​ຝາ+​ຂອງ​ເຕັ້ນ​ສັກສິດ ໄມ້​ຮາວ+ ເສົາ+ກັບ​ຖານ​ຮອງ​ຕີນ​ເສົາ+ 32 ເສົາ+​ຂອງ​ຜ້າ​ກັ້ນ​ເດີ່ນ​ກັບ​ຖານ​ຮອງ​ຕີນ​ເສົາ+ ຫຼິ້ມ*​ທີ່​ໃຊ້​ຍຶດ​ເຕັ້ນ+ ເຊືອກ​ສຳລັບ​ຄຶງ​ເສົາ ອຸປະກອນ​ແລະ​ເຄື່ອງ​ມື​ທັງ​ໝົດ​ທີ່​ໃຊ້​ໃນ​ວຽກ​ນັ້ນ. ເຈົ້າ​ຕ້ອງ​ມອບ​ວຽກ​ໃຫ້​ແຕ່​ລະ​ຄົນ​ວ່າ​ຜູ້​ໃດ​ຕ້ອງ​ຫາມ​ຫຍັງ​ໄປ. 33 ນີ້​ແມ່ນ​ວຽກ​ກ່ຽວ​ກັບ​ເຕັ້ນ​ສັກສິດ​ທີ່​ພວກ​ລູກ​ຫຼານ​ເມຣາຣີ+​ຕ້ອງ​ເຮັດ ແລະ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ອີທາມາ​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌