ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 15:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ພວກ​ອິດສະຣາເອນ​ທຸກຄົນ​ທີ່​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ​ໄດ້​ພາກັນ​ຮ້ອງ​ດ້ວຍ​ຄວາມ​ດີ​ໃຈ.+ ເຂົາເຈົ້າ​ເປົ່າ​ແກ​ເຂົາ​ສັດ​ກັບ​ແກ​ອື່ນ​ໆ​+ ຕີ​ແສ່ງ ແລະ​ຫຼິ້ນ​ເຄື່ອງ​ດົນຕີ​ທີ່ມີ​ສາຍ​ກັບ​ດີດ​ພິນ​ສຽງ​ດັງ​ໆ​.+

  • 2 ຂ່າວຄາວ 5:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພວກເລວີ​ທຸກ​ຄົນ​ທີ່​ເປັນ​ນັກຮ້ອງ+​ທີ່​ຢູ່​ໃນ​ກຸ່ມ​ຂອງ​ອາສັບ+ ເຮມານ+ ເຢດູທູນ+ ກຸ່ມ​ພວກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ ແລະ​ກຸ່ມ​ພວກ​ອ້າຍນ້ອງ​ຂອງ​ເຂົາ​ເຈົ້າ​ເຊິ່ງ​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ເນື້ອ​ດີ​ກໍ​ໄດ້​ຖື​ແສ່ງ ຖື​ເຄື່ອງ​ດົນຕີ​ທີ່​ມີ​ສາຍ​ກັບ​ພິນ​ແລະ​ຢືນ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແທ່ນ​ບູຊາ ແລະ​ມີ​ປະໂລຫິດ 120 ຄົນ​ຢືນ​ເປົ່າ​ແກ​ຢູ່​ນຳ​ເຂົາ​ເຈົ້າ.+

  • 2 ຂ່າວຄາວ 7:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ພວກ​ປະໂລຫິດ​ແລະ​ພວກ​ເລວີ​ຢືນ​ຢູ່​ບ່ອນ​ຂອງ​ໂຕເອງ. ພວກ​ເລວີ​ຖື​ເຄື່ອງ​ດົນຕີ​ຕ່າງ​ໆ​ທີ່​ໃຊ້​ໃນ​ການ​ຮ້ອງເພງ​ສັນລະເສີນ​ພະ​ເຢໂຫວາ.+ (ກະສັດ​ດາວິດ​ເຮັດ​ເຄື່ອງ​ດົນຕີ​ເຫຼົ່ານີ້​ໄວ້​ເພື່ອ​ຈະ​ຂອບໃຈ​ແລະ​ສັນລະເສີນ​ພະ​ເຢໂຫວາ​ນຳ​ເຂົາເຈົ້າ*​ແລະ​ຮ້ອງເພງ​ວ່າ “ເພິ່ນ​ມີ​ຄວາມຮັກ​ທີ່​ໝັ້ນຄົງ​ຕະຫຼອດໄປ.”) ພວກ​ປະໂລຫິດ​ເປົ່າແກ+​ຢູ່​ກົງກັນຂ້າມ​ກັບ​ພວກເລວີ ແລະ​ພວກ​ອິດສະຣາເອນ​ກໍ​ຢູ່ຫັ້ນ​ຄືກັນ.

  • ເອັດຊະຣາ 3:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ເມື່ອ​ພວກ​ຊ່າງ​ກໍ່​ສ້າງ​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາແລ້ວ​ໆ​+ ພວກ​ປະໂລຫິດ​ທີ່​ໃສ່​ຊຸດ​ປະຈຳ​ຕຳແໜ່ງ​ເຊິ່ງ​ຖື​ແກ+ ແລະ​ພວກເລວີ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາສັບ​ເຊິ່ງ​ຖື​ແສ່ງ​ກໍ​ມາ​ລວມ​ກັນ​ຮ້ອງ​ເພງສັນລະເສີນ​ພະ​ເຢໂຫວາ​ຄື​ກັບ​ທີ່​ດາວິດ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌