-
ຈົດເຊັນບັນຊີ 11:4, 5ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ຄົນຕ່າງຊາດ+ທີ່ຢູ່ນຳເຂົາເຈົ້າເລີ່ມໂລບຢາກກິນອາຫານແນວອື່ນ+ ພວກອິດສະຣາເອນກໍເລີຍຮ້ອງຄາງແລ້ວເວົ້າວ່າ: “ໃຜກະໄດ້ເອົາຊີ້ນມາໃຫ້ພວກເຮົາກິນແດ່.+ 5 ຈັ່ງແມ່ນຄິດຮອດປາຢູ່ເອຢິບເດ້ ບໍ່ຕ້ອງຊື້ກໍມີກິນ. ພວກເຮົາຢາກກິນໝາກແຕງ ໝາກໂມ ຕົ້ນຫອມບົ່ວໃຫຍ່ ຫົວຜັກບົ່ວໃຫຍ່ ແລະກະທຽມ!+
-