ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 17:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ໂມເຊ​ບອກ​ໂຢຊວຍ+​ວ່າ: “ໃຫ້​ໄປ​ເລືອກ​ຄົນ​ມາ​ຕໍ່ສູ້​ກັບ​ພວກ​ອາມາເລັກ. ມື້​ອື່ນ​ຂ້ອຍ​ຊິ​ຂຶ້ນ​ໄປ​ເທິງ​ໂນນ​ພູ ແລະ​ຖື​ໄມ້ຄ້ອນເທົ້າ​ຂອງ​ພະເຈົ້າ​ທ່ຽງແທ້​ໄປ​ນຳ.”

  • ອົບພະຍົບ 24:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ໂມເຊ​ກໍ​ເລີຍ​ເດີນ​ທາງ​ໄປ​ກັບ​ໂຢຊວຍ​ຜູ້​ຊ່ວຍ​ຂອງ​ລາວ+ ແລະ​ລາວ​ກໍ​ເດີນ​ທາງ​ຕໍ່​ໄປ​ເພື່ອ​ຂຶ້ນ​ພູ​ຂອງ​ພະເຈົ້າ​ທ່ຽງແທ້.+

  • ອົບພະຍົບ 33:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແບບ​ສອງ​ຄົນ​ລົມ​ກັນ​ເຊິ່ງ​ໜ້າ.+ ຕອນ​ທີ່​ໂມເຊ​ກັບ​ມາ​ຄ້າຍ​ພັກ ໂຢຊວຍ+ຍັງ​ຢູ່​ໃນ​ເຕັ້ນ​ຂໍ​ການ​ຊີ້ນຳ​ຢູ່. ລາວ​ເປັນ​ຜູ້​ຊ່ວຍ+​ແລະ​ເປັນ​ຜູ້​ຮັບ​ໃຊ້​ໃກ້ຊິດ​ຂອງ​ໂມເຊ. ໂຢຊວຍ​ເປັນ​ລູກ​ຊາຍ​ຂອງ​ນູນ.

  • ຈົດເຊັນບັນຊີ 27:18-20
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ພະ​ເຢໂຫວາ​ກໍ​ເລີຍ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້​ເຈົ້າ​ວາງ​ມື​ເທິງ​ຫົວ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ ຍ້ອນ​ລາວ​ເປັນ​ຄົນທີ່​ມີ​ຄວາມ​ສາມາດ.*+ 19 ຈາກ​ນັ້ນ ໃຫ້​ລາວ​ໄປ​ຢືນ​ຕໍ່​ໜ້າ​ປະໂລຫິດ​ເອເລອາຊາ​ແລະ​ພວກ​ອິດສະຣາເອນ. ເຈົ້າ​ຕ້ອງແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳຕໍ່​ໜ້າ​ທຸກ​ຄົນ.+ 20 ເຈົ້າ​ຕ້ອງ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເຫັນ​ວ່າ​ລາວ​ສົມຄວນ​ໄດ້​ຮັບ​ຄວາມ​ນັບ​ຖື+ ເພື່ອ​ເຂົາ​ເຈົ້າ​ຈະ​ເຊື່ອ​ຟັງ​ລາວ.+

  • ພະບັນຍັດ 31:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ນຳ​ໜ້າ​ພວກ​ເຈົ້າ. ເພິ່ນ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຈາກ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຈະ​ເຂົ້າ​ໄປ​ຍຶດ​ເອົາ.+ ຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ໄວ້ ໂຢຊວຍ​ຈະ​ເປັນ​ຜູ້​ນຳ​ພາ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ໄປ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌