ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 4:14-16
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ໂມເຊ​ຫຼາຍ ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ແລ້ວ​ອາໂຣນ+​ອ້າຍຂອງ​ເຈົ້າ​ທີ່​ເປັນ​ຄົນ​ເລວີ​ຫັ້ນ​ເດ້ຊັ້ນ. ເຮົາ​ຮູ້​ວ່າ​ລາວ​ເປັນ​ຄົນ​ເວົ້າ​ເກັ່ງ. ລາວ​ກຳລັງ​ມາ​ຫາ​ເຈົ້າ. ຖ້າ​ລາວ​ເຫັນ​ເຈົ້າ ລາວ​ຄື​ຊິ​ດີ​ໃຈ​ຫຼາຍ.+ 15 ໃຫ້​ເຈົ້າ​ເວົ້າ​ກັບ​ລາວ​ຕາມ​ທີ່​ເຮົາ​ບອກ.+ ເຮົາ​ຈະຢູ່​ກັບ​ພວກ​ເຈົ້າຕອນ​ທີ່​ພວກ​ເຈົ້າ​ເວົ້າ.+ ແລ້ວ​ເຮົາ​ຊິ​ບອກ​ພວກ​ເຈົ້າ​ວ່າ​ຕ້ອງ​ເວົ້າ​ຫຍັງ. 16 ອາໂຣນ​ຊິ​ເວົ້າ​ກັບ​ປະຊາຊົນ​ແທນ​ເຈົ້າ. ລາວ​ຊິ​ເປັນ​ຜູ້​ເວົ້າ​ແທນ​ເຈົ້າ ແລະ​ເຈົ້າ​ຈະ​ເປັນ​ຄົນ​ບອກ​ລາວ​ວ່າ​ເຮົາເວົ້າ​ຫຍັງ.+

  • ອົບພະຍົບ 4:30
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 ອາໂຣນ​ເວົ້າ​ໃຫ້​ເຂົາ​ເຈົ້າ​ຟັງ​ວ່າ​ພະ​ເຢໂຫວາ​ເວົ້າ​ຫຍັງ​ແດ່​ກັບ​ໂມເຊ ແລະ​ໂມເຊ​ກໍ​ເຮັດ​ການອັດສະຈັນ+ຕໍ່​ໜ້າ​ພວກ​ອິດສະຣາເອນ.

  • ອົບພະຍົບ 15:20
    ຄຳພີໄບເບິນສະບັບແປໂລກໃໝ່
    • 20 ແລ້ວ​ຜູ້ພະຍາກອນ​ຍິງ​ມີຣີອາມ​ທີ່​ເປັນ​ເອື້ອຍ​ຂອງ​ອາໂຣນ​ກໍ​ເອົາກອງ​ແທມບູຣິນ*ມາ​ຫຼິ້ນ ແລ້ວ​ຜູ້​ຍິງ​ທຸກ​ຄົນ​ກໍ​ເຮັດ​ຄື​ກັນ​ແລະ​ເຕັ້ນ​ນຳ​ລາວ.

  • ອົບພະຍົບ 28:30
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 ໃຫ້​ເອົາ​ອູຣີມ​ກັບ​ທູມມີມ*+ໃສ່​ໃນ​ແຜ່ນ​ປົກ​ເອິກ​ທີ່​ໃຊ້​ເພື່ອ​ຕັດສິນ ແລະ​ໃຫ້​ຢູ່​ຊື່​ກັບ​ຫົວໃຈ​ອາໂຣນ​ຕອນ​ທີ່​ລາວ​ມາ​ຫາ​ພະ​ເຢໂຫວາ. ເມື່ອ​ຕັດສິນ​ພວກ​ອິດສະຣາເອນ​ຕໍ່​ໜ້າ​ພະ​ເຢໂຫວາ ລາວ​ຕ້ອງໃສ່​ແຜ່ນ​ປົກເອິກນີ້​ທຸກ​ເທື່ອ.

  • ມີກາ 6:4
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ເຮົາ​ນິຕົ໋ວ​ທີ່​ພາ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ+

      ແລະ​ໄຖ່​ພວກເຈົ້າ​ອອກ​ມາ​ຈາກ​ການ​ເປັນ​ທາດ.+

      ເຮົາ​ນິແຫຼະ​ທີ່​ສົ່ງ​ໂມເຊ ອາໂຣນ ແລະ​ມີຣີອາມ​ໄປ​ຊ່ວຍ​ພວກເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌