-
ພະບັນຍັດ 1:25ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ເຂົາເຈົ້າໄດ້ເອົາໝາກໄມ້ຈາກແຜ່ນດິນນັ້ນກັບມາໃຫ້ພວກເຮົາ ແລະເລົ່າວ່າ ‘ແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງພວກເຮົາຊິເອົາໃຫ້ນັ້ນດີແທ້ໆ.’+
-
-
ພະບັນຍັດ 8:7-9ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ເພາະພະເຢໂຫວາພະເຈົ້າຂອງເຈົ້າຈະພາເຈົ້າເຂົ້າໄປໃນແຜ່ນດິນທີ່ດີຫຼາຍ+ ເຊິ່ງເປັນແຜ່ນດິນທີ່ມີນ້ຳຫ້ວຍ ນ້ຳອອກບໍ່ ແລະນ້ຳພຸ*ທີ່ໄຫຼຕາມທົ່ງພຽງກັບເຂດພູຕ່າງໆ 8 ເປັນແຜ່ນດິນທີ່ມີເຂົ້າວີດ* ເຂົ້າບາເລ ຕົ້ນໝາກລະແຊັງ ຕົ້ນໝາກເດື່ອ ແລະຕົ້ນໝາກພິລາ+ ເປັນແຜ່ນດິນທີ່ມີນ້ຳມັນໝາກກອກ ແລະນ້ຳເຜີ້ງ+ 9 ເປັນແຜ່ນດິນທີ່ມີອາຫານທີ່ອຸດົມສົມບູນ ແລະເຈົ້າຈະບໍ່ຂາດບໍ່ເຂີນຫຍັງ. ແຜ່ນດິນນັ້ນມີຫີນທີ່ເຕັມແຕ່ແຮ່ເຫຼັກ ແລະເຈົ້າຈະໄດ້ຂຸດແຮ່ທອງແດງຈາກພູຕ່າງໆ.
-