-
ຈົດເຊັນບັນຊີ 13:26, 27ຄຳພີໄບເບິນສະບັບແປໂລກໃໝ່
-
-
26 ເຂົາເຈົ້າກັບມາຫາໂມເຊແລະອາໂຣນກັບພວກອິດສະຣາເອນຢູ່ກາເດັດໃນບ່ອນກັນດານປາຣານ.+ ພວກຄົນສອດແນມໄດ້ບອກໃຫ້ທຸກຄົນຮູ້ວ່າແຜ່ນດິນນັ້ນເປັນແນວໃດ ແລະເອົາໝາກໄມ້ຈາກແຜ່ນດິນນັ້ນໃຫ້ເຂົາເຈົ້າເບິ່ງນຳ. 27 ພວກຄົນສອດແນມເລົ່າໃຫ້ໂມເຊຟັງວ່າ: “ພວກເຮົາເຂົ້າໄປໃນແຜ່ນດິນນັ້ນແລະກໍເຫັນວ່າແຜ່ນດິນນັ້ນມີນ້ຳນົມກັບນ້ຳເຜີ້ງຫຼາຍແທ້ໆ+ ແລະນີ້ແມ່ນໝາກໄມ້ທີ່ພວກເຮົາເອົາມາ.+
-
-
ພະບັນຍັດ 1:25ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ເຂົາເຈົ້າໄດ້ເອົາໝາກໄມ້ຈາກແຜ່ນດິນນັ້ນກັບມາໃຫ້ພວກເຮົາ ແລະເລົ່າວ່າ ‘ແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງພວກເຮົາຊິເອົາໃຫ້ນັ້ນດີແທ້ໆ.’+
-
-
ພະບັນຍັດ 8:7, 8ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ເພາະພະເຢໂຫວາພະເຈົ້າຂອງເຈົ້າຈະພາເຈົ້າເຂົ້າໄປໃນແຜ່ນດິນທີ່ດີຫຼາຍ+ ເຊິ່ງເປັນແຜ່ນດິນທີ່ມີນ້ຳຫ້ວຍ ນ້ຳອອກບໍ່ ແລະນ້ຳພຸ*ທີ່ໄຫຼຕາມທົ່ງພຽງກັບເຂດພູຕ່າງໆ 8 ເປັນແຜ່ນດິນທີ່ມີເຂົ້າວີດ* ເຂົ້າບາເລ ຕົ້ນໝາກລະແຊັງ ຕົ້ນໝາກເດື່ອ ແລະຕົ້ນໝາກພິລາ+ ເປັນແຜ່ນດິນທີ່ມີນ້ຳມັນໝາກກອກ ແລະນ້ຳເຜີ້ງ+
-