-
ຈົດເຊັນບັນຊີ 26:63, 64ຄຳພີໄບເບິນສະບັບແປໂລກໃໝ່
-
-
63 ທັງໝົດນີ້ແມ່ນຄົນທີ່ໄດ້ມາລົງທະບຽນກັບໂມເຊແລະປະໂລຫິດເອເລອາຊາ ຕອນທີ່ເຂົາເຈົ້າຈົດທະບຽນພວກອິດສະຣາເອນຢູ່ບ່ອນກັນດານໂມອາບ ບ່ອນທີ່ຢູ່ແຄມແມ່ນ້ຳຈໍແດນຄົນລະຟາກກັບເມືອງເຢຣິໂກ. 64 ຄົນທີ່ມາລົງທະບຽນເທື່ອນີ້ຍັງບໍ່ເຄີຍມາຈົດທະບຽນກັບໂມເຊແລະປະໂລຫິດອາໂຣນ ຕອນທີ່ເຂົາເຈົ້ານັບຈຳນວນພວກອິດສະຣາເອນຢູ່ບ່ອນກັນດານຊີນາຍ.+
-
-
ພະບັນຍັດ 1:35ຄຳພີໄບເບິນສະບັບແປໂລກໃໝ່
-
-
35 ‘ຈະບໍ່ມີໃຜຈັກຄົນໃນລຸ້ນທີ່ຊົ່ວນີ້ໄດ້ເຫັນແຜ່ນດິນທີ່ເຮົາສັນຍາວ່າຈະໃຫ້ພໍ່ຂອງພວກເຈົ້າ.+
-
-
ເພງສັນລະເສີນ 95:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ເຮົາສາບານດ້ວຍຄວາມໃຈຮ້າຍວ່າ:
“ເຂົາເຈົ້າຈະບໍ່ໄດ້ເຂົ້າໄປໃນບ່ອນຢຸດພັກຂອງເຮົາ.”+
-
-
ເພງສັນລະເສີນ 106:26ຄຳພີໄບເບິນສະບັບແປໂລກໃໝ່
-
-
26 ເພິ່ນຈຶ່ງຍົກມືຂຶ້ນສາບານກ່ຽວກັບເຂົາເຈົ້າວ່າ
ເພິ່ນຈະເຮັດໃຫ້ເຂົາເຈົ້າຕາຍຢູ່ບ່ອນກັນດານ.+
-
ເຮັບເຣີ 3:18ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ແລ້ວແມ່ນຜູ້ໃດທີ່ເພິ່ນສາບານວ່າຈະບໍ່ໄດ້ເຂົ້າໄປໃນບ່ອນຢຸດພັກຂອງເພິ່ນ? ກໍແມ່ນພວກນັ້ນທີ່ບໍ່ຍອມເຊື່ອຟັງບໍ່ແມ່ນບໍ?
-
-
-