ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 26:65
    ຄຳພີໄບເບິນສະບັບແປໂລກໃໝ່
    • 65 ພະ​ເຢໂຫວາ​ເຄີຍ​ເວົ້າ​ເຖິງ​ພວກ​ນັ້ນ​ວ່າ: “ເຂົາ​ເຈົ້າ​ຈະ​ຕາຍ​ໃນ​ບ່ອນ​ກັນ​ດານ.”+ ຍ້ອນ​ແນວ​ນີ້​ຈຶ່ງ​ບໍ່​ມີ​ຜູ້​ໃດ​ລອດ​ຕາຍ​ຈັກ​ຄົນ ນອກ​ຈາກ​ກາເລັບ​ລູກ​ຊາຍ​ຂອງ​ເຢຟຸນເນ​ກັບ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ.+

  • ຈົດເຊັນບັນຊີ 32:11, 12
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ‘ທຸກ​ຄົນທີ່​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ​ຊິ​ບໍ່​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ+​ວ່າ​ຊິ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ+ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້ເຊື່ອ​ຟັງເຮົາ​ສຸດ​ຫົວໃຈ. 12 ມີ​ແຕ່​ກາເລັບ+ລູກ​ຊາຍ​ຂອງ​ເຢຟຸນເນ​ຄົນ​ເກນິດຊີ​ກັບ​ໂຢຊວຍ+ລູກ​ຊາຍ​ຂອງ​ນູນ​ທີ່​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ ຍ້ອນ​ເຂົາ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ​ສຸດ​ຫົວໃຈ.’+

  • ພະບັນຍັດ 1:34-38
    ຄຳພີໄບເບິນສະບັບແປໂລກໃໝ່
    • 34 ພະ​ເຢໂຫວາ​ໄດ້​ຍິນ​ທຸກ​ຢ່າງ​ທີ່ພວກ​ເຈົ້າ​ຈົ່ມ ເພິ່ນ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ແລະ​ສາບານ​ວ່າ+ 35 ‘ຈະ​ບໍ່​ມີໃຜຈັກ​ຄົນ​ໃນ​ລຸ້ນ​ທີ່​ຊົ່ວ​ນີ້​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ​ໃຫ້​ພໍ່​ຂອງ​ພວກ​ເຈົ້າ.+ 36 ມີ​ແຕ່​ກາເລັບ​ລູກ​ຊາຍ​ຂອງ​ເຢຟຸນເນ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ເຫັນ. ລາວ​ຈະ​ໄດ້​ເຂົ້າ​ໄປ ແລະ​ເຮົາ​ຈະ​ເອົາ​ແຜ່ນດິນ​ທີ່​ລາວ​ໄປ​ຢຽບ​ນັ້ນ​ໃຫ້​ລາວ​ກັບ​ພວກ​ລູກ​ຫຼານ​ຂອງ​ລາວ ຍ້ອນ​ລາວ​ເຊື່ອ​ຟັງ​ພະ​ເຢໂຫວາ​ສຸດ​ຫົວໃຈ.+ 37 (ຍ້ອນ​ພວກ​ເຈົ້າ​ພະ​ເຢໂຫວາ​ຈຶ່ງໃຈ​ຮ້າຍ​ໃຫ້​ຂ້ອຍ​ຄື​ກັນ. ເພິ່ນ​ບອກ​ວ່າ “ເຈົ້າ​ກໍ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ.+ 38 ແຕ່​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ+ຈະ​ໄດ້​ເຂົ້າ​ໄປ.+ ເຈົ້າ​ຕ້ອງ​ຊ່ວຍ​ລາວ​ໃຫ້​ເຂັ້ມແຂງ*+ ເພາະ​ລາວ​ຈະ​ເປັນ​ຜູ້​ທີ່​ພາ​ຄົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ.”)

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌