ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 23:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ໃຫ້​ເອົາ​ຜົນລະປູກ​ຊຸດ​ທຳອິດ​ທີ່​ດີ​ທີ່​ສຸດ​ຂອງ​ເຈົ້າ​ມາ​ໃຫ້​ຢູ່​ເຮືອນ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.+

      ຫ້າມ​ຕົ້ມ​ແບ້​ນ້ອຍ​ໃນ​ນ້ຳ​ນົມ​ແມ່​ຂອງ​ມັນ.+

  • ລະບຽບພວກເລວີ 27:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ແຕ່​ຖ້າ​ຜູ້​ໃດ​ເອົາຄົນ ສັດ ຫຼື​ດິນມາ​ເປັນ​ຂອງຂວັນ​ໃຫ້​ພະ​ເຢໂຫວາ ແລະ​ແຍກ​ໄວ້​ຕ່າງ​ຫາກ​ໃຫ້​ເພິ່ນ​ຕະຫຼອດໄປ ລາວ​ຈະ​ຊື້​ຄືນ​ບໍ່​ໄດ້​ແລະ​ຄົນ​ອື່ນ​ກໍ​ຈະ​ຊື້​ຕໍ່​ບໍ່​ໄດ້​ຄື​ກັນ. ຄົນ ສັດ ຫຼື​ດິນ​ນັ້ນ​ເປັນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​ສຳລັບ​ພະ​ເຢໂຫວາ.+

  • ລະບຽບພວກເລວີ 27:30
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 ຜົນລະປູກ​ທີ່​ໄດ້​ຈາກ​ດິນ​ແລະ​ໝາກ​ໄມ້​ທີ່​ໄດ້​ຈາກ​ຕົ້ນ 1 ສ່ວນ 10+ ເປັນ​ຂອງ​ພະ​ເຢໂຫວາ. ສ່ວນ​ນັ້ນ​ເປັນ​ສິ່ງ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ.

  • ຈົດເຊັນບັນຊີ 18:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ພວກ​ເຈົ້າ​ຍັງ​ຈະ​ໄດ້​ຂອງຂວັນ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້+ພ້ອມ​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ.+ ເຮົາ​ເອົາ​ສິ່ງ​ເຫຼົ່ານີ້​ໃຫ້​ເຈົ້າ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ລູກສາວ​ທີ່​ຢູ່​ນຳ​ເຈົ້າ. ພວກ​ເຈົ້າ​ຈະ​ໄດ້​ສ່ວນ​ແບ່ງ​ນີ້​ຕະຫຼອດໄປ.+ ຄົນ​ໃນ​ເຮືອນ​ຂອງ​ເຈົ້າ​ທີ່​ຈະ​ກິນ​ສ່ວນ​ແບ່ງ​ເຫຼົ່ານີ້​ໄດ້​ຕ້ອງ​ເປັນ​ຄົນ​ທີ່​ເຮົາ​ຖື​ວ່າ​ສະອາດ.+

  • ຈົດເຊັນບັນຊີ 18:26
    ຄຳພີໄບເບິນສະບັບແປໂລກໃໝ່
    • 26 “ໃຫ້​ບອກ​ພວກເລວີ​ວ່າ ‘ເຮົາ​ຈະ​ເອົາ 1 ສ່ວນ 10 ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ ໃຫ້​ເປັນ​ມໍລະດົກ​ຂອງ​ພວກ​ເຈົ້າ.+ ແຕ່​ພວກ​ເຈົ້າ​ຕ້ອງ​ເອົາ 1 ສ່ວນ 10 ຈາກ 1 ສ່ວນ 10 ທີ່​ພວກ​ເຈົ້າ​ໄດ້​ຮັບ​ນັ້ນ​ມາ​ໃຫ້​ພະ​ເຢໂຫວາ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌