-
ໂຢຊວຍ 12:1, 2ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ຕໍ່ໄປນີ້ແມ່ນກະສັດຕ່າງໆທີ່ຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນທີ່ພວກອິດສະຣາເອນໄດ້ເອົາຊະນະແລະຍຶດແຜ່ນດິນຂອງພວກເຂົາ. ກະສັດເຫຼົ່ານີ້ເຄີຍປົກຄອງຕັ້ງແຕ່ຮ່ອມພູ*ອາໂນນ+ໄປຈົນຮອດພູເຮີໂມນ+ ແລະປົກຄອງຟາກທິດຕາເວັນອອກຂອງພູອາຣາບາທັງໝົດ.+ 2 ຄົນໜຶ່ງແມ່ນສີໂຮນ+ກະສັດຂອງຄົນອາໂມທີ່ຢູ່ເມືອງເຮັດຊະໂບນ. ລາວປົກຄອງເມືອງອາໂຣເອ+ທີ່ຢູ່ແຄມຮ່ອມພູ*ອາໂນນ.+ ລາວປົກຄອງຕັ້ງແຕ່ກາງຮ່ອມພູນັ້ນກັບເຄິ່ງໜຶ່ງຂອງເຂດກິລຽດໄປຈົນຮອດຮ່ອມພູ*ຢັບໂບກທີ່ເປັນເຂດແດນຂອງພວກອຳໂມນ.
-