ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 12:1-3
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ບອກ​ອັບຣາມ​ວ່າ: “ໃຫ້​ເຈົ້າ​ອອກ​ຈາກ​ແຜ່ນດິນ​ນີ້ ໄປຈາກ​ຍາດ​ຕິພີ່ນ້ອງ​ຂອງ​ເຈົ້າ​ແລະ​ຍາດ​ຕິ​ພີ່ນ້ອງ​ຂອງ​ພໍ່​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ເຫັນ​ອີ​ກ​ແຜ່ນດິນ​ໜຶ່ງ.+ 2 ເຮົາ​ຈະ​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ​ຈະ​ກາຍ​ເປັນ​ຊາດ​ໃຫຍ່. ເຮົາ​ຈະ​ອວຍ​ພອນ​ເຈົ້າ. ເຮົາຈະ​ເຮັດ​ໃຫ້​ທຸກ​ຄົນ​ຮູ້ຈັກ​ຊື່​ຂອງ​ເຈົ້າ ແລະ​ຄົນ​ອື່ນ​ໆ​ຈະໄດ້​ຮັບ​ພອນ​ຍ້ອນເຈົ້າ.+ 3 ເຮົາ​ຈະ​ອວຍ​ພອນ​ໃຫ້​ຄົນ​ທີ່​ອວຍ​ພອນ​ເຈົ້າ ເຮົາ​ຈະ​ສາບ​ແຊ່ງ​ຄົນ​ທີ່​ສາບ​ແຊ່ງ​ເຈົ້າ+ ແລະ​ທຸກຊົນຊາດຈະ​ໄດ້​ຮັບ​ພອນ​ຍ້ອນ​ເຈົ້າ.”+

  • ປະຖົມມະການ 22:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ເອີ້ນ​ອັບຣາຮາມ​ຈາກ​ຟ້າ​ເປັນ​ເທື່ອ​ທີ​ສອງ

  • ປະຖົມມະການ 22:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ​ແນ່ນອນ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ຄື​ກັບ​ດາວ​ເທິງ​ຟ້າ ແລະ​ຫຼາຍ​ຄື​ກັບ​ເມັດ​ດິນ​ຊາຍ​ຢູ່​ຫາດ​ຊາຍ.+ ລູກ​ຫຼານ​ຂອງ​ເຈົ້າ​ຈະ​ຍຶດ​ເມືອງ​ຕ່າງ​ໆ​ຂອງ​ສັດຕູ​ໄດ້.+

  • ພະບັນຍັດ 33:29
    ຄຳພີໄບເບິນສະບັບແປໂລກໃໝ່
    • 29 ພວກ​ອິດສະຣາເອນ​ເອີ້ຍ ພວກ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ແທ້​ໆ​.+

      ບໍ່​ມີ​ຜູ້​ໃດ​ເປັນ​ຄື​ກັບ​ພວກ​ເຈົ້າ.+

      ພວກ​ເຈົ້າ​ມີ​ຄວາມ​ສຸກ ຍ້ອນ​ພະ​ເຢໂຫວາ​ໄດ້​ຊ່ວຍ​ໃຫ້​ພວກ​ເຈົ້າ​ລອດ.+

      ເພິ່ນ​ເປັນ​ໂລ້​ທີ່​ປົກ​ປ້ອງ​ພວກ​ເຈົ້າ.+

      ເພິ່ນ​ເປັນ​ດາບ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຈົ້າ.

      ສັດຕູ​ຈະ​ຢ້ານ​ພວກ​ເຈົ້າ​ຈົນ​ຫົວ​ຫົດ+

      ແລະ​ພວກ​ເຈົ້າ​ຈະ​ຢຽບ​ຫຼັງ​ຂອງ​ພວກ​ເຂົາ.”*

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌