14 ແຕ່ຂ້ອຍກໍມີເລື່ອງຈະຕັກເຕືອນເຈົ້ານຳວ່າ ມີບາງຄົນໃນພວກເຈົ້າເຮັດຕາມຄຳສອນຂອງບາລາອາມ+ທີ່ໄດ້ສອນບາລາກ+ໃຫ້ຊັກຈູງຄົນອິດສະຣາເອນຈົນເຂົາເຈົ້າຫຼົງເຮັດຜິດ ເຮັດໃຫ້ເຂົາເຈົ້າກິນເຄື່ອງບູຊາທີ່ເອົາໃຫ້ຮູບບູຊາແລະເຮັດຜິດສິນລະທຳທາງເພດ.+