-
ພະບັນຍັດ 31:20ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ເມື່ອເຮົາພາເຂົາເຈົ້າເຂົ້າໄປໃນແຜ່ນດິນທີ່ເຮົາໄດ້ສັນຍາກັບປູ່ຍ່າຕານາຍຂອງເຂົາເຈົ້າ+ ເຊິ່ງເປັນແຜ່ນດິນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍ+ ແລະເມື່ອເຂົາເຈົ້າໄດ້ກິນຈົນອີ່ມແລະຈະເລີນຮຸ່ງເຮືອງແລ້ວ+ ເຂົາເຈົ້າກໍຈະໄປຂາບໄຫວ້ແລະນະມັດສະການພະເຈົ້າອື່ນໆ ແລ້ວເຂົາເຈົ້າກໍຈະບໍ່ໄດ້ນັບຖືເຮົາ ແລະບໍ່ໄດ້ເຮັດຕາມຄຳສັນຍາທີ່ເຮັດກັບເຮົາ.+
-
-
ເນເຮມີຢາ 9:25ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ເຂົາເຈົ້າໄດ້ຍຶດເອົາເມືອງຕ່າງໆທີ່ມີກຳແພງອ້ອມ+ ແຜ່ນດິນທີ່ອຸດົມສົມບູນ+ ເຮືອນທີ່ມີແຕ່ເຄື່ອງແພງໆ ນ້ຳສ້າງ ສວນໝາກລະແຊັງ ສວນໝາກກອກ+ ແລະຕົ້ນໄມ້ທີ່ມີໝາກດົກ. ເຂົາເຈົ້າຈຶ່ງໄດ້ກິນຈົນໜຳໃຈແລະຈົນຕຸ້ຍຈົນພີ. ເຂົາເຈົ້າມີຄວາມສຸກແບບນີ້ກໍຍ້ອນສິ່ງດີໆທີ່ພະອົງເຮັດໃຫ້ເຂົາເຈົ້າ.
-