-
ອົບພະຍົບ 14:25ຄຳພີໄບເບິນສະບັບແປໂລກໃໝ່
-
-
25 ເພິ່ນເຮັດໃຫ້ກົງລົດຮົບຂອງພວກທະຫານເອຢິບຫຼຸດອອກເພື່ອເຮັດໃຫ້ພວກເຂົາຂັບໄປຍາກ. ພວກເອຢິບຈຶ່ງເວົ້າວ່າ: “ໃຫ້ພວກເຮົາຖອຍໜີໄປຈາກພວກອິດສະຣາເອນໄວໆ ຍ້ອນພະເຢໂຫວາຢູ່ຝ່າຍພວກເຂົາແລະຕໍ່ສູ້ພວກເຮົາຢູ່.”+
-
-
1 ຊາມູເອນ 4:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ຕາຍຄັກໆ! ໃຜຈະຊ່ວຍພວກເຮົາໃຫ້ລອດຈາກພະເຈົ້າຜູ້ມີລິດເດດອົງນີ້ໄດ້? ພະເຈົ້າອົງນີ້ຕົ໋ວທີ່ໃຊ້ຫຼາຍວິທີເພື່ອຂ້າພວກເອຢິບໃນບ່ອນກັນດານ!+
-
-
ເອັດຊະຣາ 1:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 “ໄຊຣັດກະສັດຂອງເປີເຊຍບອກວ່າ ‘ພະເຢໂຫວາພະເຈົ້າທີ່ຢູ່ໃນສະຫວັນໄດ້ມອບທຸກປະເທດໃນໂລກນີ້+ໃຫ້ຂ້ອຍ ແລະເພິ່ນສັ່ງຂ້ອຍໃຫ້ສ້າງວິຫານໃຫ້ເພິ່ນໃນເມືອງເຢຣູຊາເລັມ+ທີ່ຢູ່ຢູດາ. 3 ໃຜກໍຕາມທີ່ເປັນປະຊາຊົນຂອງເພິ່ນ ຂໍໃຫ້ເພິ່ນຢູ່ກັບລາວ ແລະໃຫ້ລາວກັບເມືອເມືອງເຢຣູຊາເລັມທີ່ຢູ່ຢູດາເພື່ອສ້າງວິຫານຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນຄືນໃໝ່. ເພິ່ນເປັນພະເຈົ້າທ່ຽງແທ້ແລະເພິ່ນເຄີຍມີວິຫານຢູ່ເມືອງເຢຣູຊາເລັມ.*
-