-
ຈົດເຊັນບັນຊີ 27:13, 14ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ເມື່ອເຈົ້າໄດ້ເຫັນແຜ່ນດິນນັ້ນແລ້ວ ເຈົ້າຈະຕາຍແລະໄປຢູ່ນຳປູ່ຍ່າຕານາຍ*+ຄືກັບອາໂຣນອ້າຍຂອງເຈົ້າ.+ 14 ຍ້ອນຕອນທີ່ພວກອິດສະຣາເອນໄດ້ຖຽງເຮົາຢູ່ບ່ອນກັນດານຊິນ ເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຂອງເຮົາ ແລະບໍ່ໄດ້ໃຫ້ກຽດເຮົາຕອນທີ່ເຮົາເອົານ້ຳໃຫ້ເຂົາເຈົ້າ.+ ນ້ຳນັ້ນຢູ່ເມຣິບາ+ທີ່ຢູ່ກາເດັດ+ໃນບ່ອນກັນດານຊິນ.”+
-
-
ພະບັນຍັດ 34:4, 5ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ຈາກນັ້ນ ພະເຢໂຫວາກໍເວົ້າກັບໂມເຊວ່າ: “ນີ້ແມ່ນແຜ່ນດິນທີ່ເຮົາສັນຍາກັບອັບຣາຮາມ ອີຊາກ ແລະຢາໂຄບວ່າ ‘ເຮົາຈະເອົາໃຫ້ລູກຫຼານຂອງເຈົ້າ.’+ ເຮົາຈະໃຫ້ເຈົ້າເບິ່ງຊື່ໆ ແຕ່ເຈົ້າຈະບໍ່ໄດ້ໄປພຸ້ນ.”+
5 ຫຼັງຈາກນັ້ນ ໂມເຊຜູ້ຮັບໃຊ້ຂອງພະເຢໂຫວາກໍໄດ້ຕາຍຢູ່ຫັ້ນໃນແຜ່ນດິນໂມອາບ ຕາມທີ່ພະເຢໂຫວາບອກໄວ້.+
-