-
ໂຢຊວຍ 17:17, 18ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ໂຢຊວຍຈຶ່ງເວົ້າກັບຕະກູນເອຟຣາຢິມແລະຕະກູນມານາເຊທີ່ເປັນລູກຫຼານຂອງໂຢເຊັບວ່າ: “ພວກເຈົ້າມີຄົນຫຼາຍແລະທັງແຂງແຮງນຳ. ພວກເຈົ້າຈະໄດ້ດິນມູນຫຼາຍກວ່າສ່ວນໜຶ່ງ.+ 18 ເຂດພູທີ່ເປັນປ່າກໍຈະເປັນຂອງພວກເຈົ້າຄືກັນ.+ ເຖິງວ່າຈະເປັນປ່າ ແຕ່ພວກເຈົ້າຈະຖາງມັນເອົາມາເປັນມູນຂອງໂຕເອງ. ເຖິງວ່າພວກການາອານຈະແຂງແຮງແລະມີລົດຮົບທີ່ມີມີດເຫຼັກຍາວຕິດຢູ່ກົງລໍ້ ແຕ່ພວກເຈົ້າຈະຂັບໄລ່ພວກເຂົາອອກໄປໄດ້.”+
-