ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 34:6
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ພະ​ເຢໂຫວາ​ກາຍ​ໜ້າ​ໂມເຊ​ໄປ​ແລະ​ເວົ້າ​ວ່າ: “ເຮົາ​ແມ່ນ​ເຢໂຫວາ ເຮົາ​ແມ່ນ​ເຢໂຫວາ ເຮົາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ+ ບໍ່​ໃຈ​ຮ້າຍ​ງ່າຍ+ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ+ ແລະເວົ້າ​ແຕ່​ຄວາມຈິງ.*+

  • ພະບັນຍັດ 30:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ເມື່ອ​ເປັນ​ແນວ​ນັ້ນ​ແລ້ວ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຈົ້າ​ຈາກ​ການ​ເປັນ​ຊະເລີຍ.+ ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ສະແດງ​ຄວາມ​ເມດຕາ+ ແລະ​ລວບລວມ​ພວກ​ເຈົ້າ​ທີ່​ກະຈັດກະຈາຍ​ກັນ​ຢູ່​ນຳ​ຊາດ​ຕ່າງ​ໆ​.+

  • 2 ຂ່າວຄາວ 30:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ຖ້າ​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ ພວກ​ທີ່​ຈັບ​ພວກ​ພີ່ນ້ອງ​ແລະ​ພວກ​ລູກ​ຊາຍ​ຂອງ​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ​ຈະ​ອີ່ຕົນ​ເຂົາ​ເຈົ້າ+​ແລະ​ຈະ​ປ່ອຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ແຜ່ນດິນ​ນີ້.+ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ໃຈ​ດີ.+ ເພິ່ນ​ຈະ​ບໍ່​ຖິ້ມ​ພວກ​ເຈົ້າ​ຖ້າ​ພວກ​ເຈົ້າ​ກັບ​ມາ​ຫາ​ເພິ່ນ.”+

  • ເນເຮມີຢາ 9:31
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ແຕ່​ຍ້ອນ​ພະອົງ​ເປັນ​ພະເຈົ້າ​ທີ່​ໃຈ​ດີ​ແລະ​ມີ​ຄວາມ​ເມດຕາ​ຫຼາຍ+ ພະອົງ​ຈຶ່ງ​ບໍ່​ປະຖິ້ມ​ແລະ​ບໍ່​ທຳລາຍ+​ເຂົາ​ເຈົ້າ.

  • ເອຊາຢາ 54:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 “ເຮົາ​ຖິ້ມ​ເຈົ້າ​ໄດ້​ບຶດ​ດຽວ

      ແຕ່​ຍ້ອນ​ເຮົາ​ອີ່ຕົນ​ເຈົ້າ​ຫຼາຍ ເຮົາ​ຈຶ່ງ​ພາ​ເຈົ້າ​ກັບຄືນມາ.+

  • ເອຊາຢາ 55:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ໃຫ້​ຄົນ​ຊົ່ວ​ຖິ້ມ​ແນວ​ທາງ​ຊີວິດ​ທີ່​ຊົ່ວ​ໆ​ຂອງ​ລາວ+

      ແລະ​ໃຫ້​ຄົນ​ບໍ່​ດີ​ຖິ້ມ​ຄວາມຄິດ​ທີ່​ບໍ່​ດີ.

      ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ ແລ້ວ​ເພິ່ນ​ຈະ​ອີ່ຕົນ​ລາວ.+

      ໃຫ້​ກັບ​ມາ​ຫາ​ພະເຈົ້າ​ຂອງ​ພວກ​ເຮົາ​ເພາະ​ເພິ່ນ​ຈະ​ຍົກ​ໂທດ​ໃຫ້​ແທ້​ໆ​.”*+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌