-
ພະບັນຍັດ 28:15ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງແລະບໍ່ເຮັດຕາມຂໍ້ກຳນົດກົດໝາຍທັງໝົດຂອງພະເຢໂຫວາພະເຈົ້າຂອງພວກເຈົ້າທີ່ຂ້ອຍບອກພວກເຈົ້າໃນມື້ນີ້ ພວກເຈົ້າຈະຖືກສາບແຊ່ງແນວນີ້.+
-
-
1 ກະສັດ 8:35, 36ຄຳພີໄບເບິນສະບັບແປໂລກໃໝ່
-
-
35 ເມື່ອທ້ອງຟ້າຖືກປິດໄວ້ແລະບໍ່ມີຝົນຕົກ+ຍ້ອນເຂົາເຈົ້າເຮັດຜິດຕໍ່ພະອົງຊ້ຳແລ້ວຊ້ຳອີກ+ ຖ້າເຂົາເຈົ້າປິ່ນໜ້າມາທາງວິຫານນີ້ແລະອະທິດຖານຫາພະອົງ ສັນລະເສີນຊື່ຂອງພະອົງແລະກັບໃຈຈາກຄວາມຜິດທີ່ເຂົາເຈົ້າໄດ້ເຮັດຍ້ອນພະອົງລົງໂທດເຂົາເຈົ້າ+ 36 ຂໍພະອົງຟັງຈາກສະຫວັນແລະຍົກໂທດໃຫ້ພວກອິດສະຣາເອນຜູ້ຮັບໃຊ້ຂອງພະອົງ ແລະສອນເຂົາເຈົ້າ+ກ່ຽວກັບທາງທີ່ຖືກຕ້ອງທີ່ເຂົາເຈົ້າຄວນໄປ ແລະຂໍໃຫ້ຝົນຕົກໃສ່ແຜ່ນດິນ+ທີ່ພະອົງເອົາໃຫ້ເຂົາເຈົ້າເປັນມໍລະດົກ.
-
-
2 ຂ່າວຄາວ 7:13, 14ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ເມື່ອເຮົາປິດທ້ອງຟ້າໄວ້ບໍ່ໃຫ້ຝົນຕົກ ຫຼືໃຫ້ຕັກກະແຕນມາກິນຜົນລະປູກຢູ່ແຜ່ນດິນນີ້ ຫຼືໃຫ້ມີໂລກລະບາດເກີດຂຶ້ນກັບປະຊາຊົນຂອງເຮົາ 14 ຖ້າປະຊາຊົນທີ່ຖືກເອີ້ນຕາມຊື່ຂອງເຮົາ+ຖ່ອມໂຕ+ ຊອກຫາເຮົາ ແລະເຊົາເຮັດສິ່ງທີ່ຊົ່ວ+ ເຮົາກໍຈະຟັງແລະຍົກໂທດຄວາມຜິດທີ່ເຂົາເຈົ້າໄດ້ເຮັດ ແລະເຮັດໃຫ້ແຜ່ນດິນນີ້ກັບມາອຸດົມສົມບູນອີກເທື່ອໜຶ່ງ.+
-