ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 28:7-11
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ໃນ​ທີ່​ສຸດ ຊາອູນ​ບອກ​ຄົນ​ຮັບ​ໃຊ້​ວ່າ: “ໃຫ້​ໄປ​ຊອກ​ໝໍ​ຜີ​ທີ່​ເປັນ​ຜູ້​ຍິງ+ແລ້ວ​ຂ້ອຍ​ຈະ​ໄປ​ຖາມ​ລາວ.” ເຂົາ​ເຈົ້າ​ຕອບ​ວ່າ: “ມີ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝໍ​ຜີ​ຢູ່​ເມືອງ​ເອັນໂດເຣ.”+

      8 ຊາອູນ​ຈຶ່ງ​ປອມ​ໂຕ​ແລະ​ນຸ່ງ​ເຄື່ອງ​ທຳມະດາ ແລ້ວ​ລາວ​ກັບ​ຜູ້​ຮັບ​ໃຊ້ 2 ຄົນ​ກໍ​ໄປ​ຫາ​ຜູ້​ຍິງ​ຄົນ​ນັ້ນ​ຕອນ​ກາງຄືນ. ລາວ​ບອກ​ວ່າ: “ໃຊ້​ຄວາມ​ສາມາດ​ທີ່​ເຈົ້າ​ເປັນ​ໝໍ​ຜີ+ເອີ້ນ​ຜູ້​ໜຶ່ງ​ຂຶ້ນ​ມາ​ຕາມ​ທີ່​ຂ້ອຍ​ຈະ​ບອກ​ເຈົ້າ.” 9 ແຕ່​ຜູ້​ຍິງ​ຄົນ​ນັ້ນ​ບອກ​ວ່າ: “ເຈົ້າ​ກໍ​ຮູ້​ວ່າ​ຊາອູນ​ໄດ້​ໄລ່​ພວກ​ໝໍ​ຜີ​ກັບ​ພວກ​ໝໍ​ດູ​ອອກ​ໄປ​ຈາກ​ອິດສະຣາເອນ​ໝົດ​ແລ້ວ.+ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມາ​ລໍ້​ໃຫ້​ຂ້ອຍ​ເຮັດ​ແບບ​ນີ້​ເພື່ອ​ໃຫ້​ຂ້ອຍ​ຖືກ​ຂ້າ?”+ 10 ຊາອູນ​ຈຶ່ງ​ສາບານ​ກັບ​ລາວ​ໂດຍ​ອອກ​ຊື່​ພະ​ເຢໂຫວາ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ເຈົ້າ​ຈະ​ບໍ່​ຖືກລົງໂທດທີ່​ເຮັດ​ແບບ​ນີ້!” 11 ຜູ້​ຍິງ​ຄົນ​ນັ້ນ​ຈຶ່ງ​ຖາມ​ວ່າ: “ເຈົ້າ​ຈະ​ໃຫ້​ຂ້ອຍ​ເອີ້ນ​ໃຜ​ຂຶ້ນ​ມາ?” ຊາອູນ​ຕອບ​ວ່າ: “ເອີ້ນ​ຊາມູເອນ.”

  • ເອຊາຢາ 8:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ: “ໄປ​ຂໍ​ໃຫ້​ພວກ​ໝໍ​ຜີ​ຫຼື​ພວກ​ໝໍ​ດູ​ທີ່​ເຮັດ​ປາກ​ເໜັງ​ມຸບ​ໆ​ມິບ​ໆ​ແລະ​ເວົ້າ​ບໍ່​ເຂົ້າໃຈ​ຊ່ວຍ​ແມ້” ພວກເຈົ້າ​ຈະ​ໄປ​ບໍ? ມະນຸດ​ຄວນ​ຈະ​ໄປ​ຂໍ​ໃຫ້​ພະເຈົ້າ​ຂອງ​ໂຕເອງ​ຊ່ວຍ. ຄົນ​ເປັນ​ບໍ່​ຄວນ​ໄປ​ຂໍ​ໃຫ້​ຄົນ​ຕາຍ​ຊ່ວຍ.+

  • ຄາລາເຕຍ 5:19, 20
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ຄວາມ​ຕ້ອງການ​ຂອງ​ຄົນ​ທີ່​ບໍ່​ສົມບູນ​ແບບ​ເຫັນ​ໄດ້​ແຈ້ງ. ເຂົາ​ເຈົ້າ​ມັກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*+ ເຮັດ​ສິ່ງ​ທີ່​ບໍ່​ສະອາດ ເຮັດ​ຊົ່ວ​ແບບ​ບໍ່​ອາຍ*+ 20 ຂາບໄຫວ້​ຮູບ​ບູຊາ ຫຼິ້ນ​ໄສຍະສາດ*+ ເປັນ​ສັດຕູ​ກັນ ຜິດ​ຖຽງ​ກັນ ລະແວງ​ກັນ ໃຈຮ້າຍ​ໃຫ້​ກັນ ຂັດແຍ່ງ​ກັນ ແບ່ງ​ພັກ​ແບ່ງ​ພວກ ແຍກ​ເປັນ​ນິກາຍ​ຕ່າງ​ໆ​

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌