ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 49:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ຄ້ອນ​ຂອງ​ກະສັດ​ຈະ​ເປັນ​ຂອງ​ຢູດາ​ສະເໝີ.+ ໄມ້​ຄ້ອນ​ເທົ້າ​ຂອງ​ຜູ້​ປົກຄອງ​ຈະ​ຢູ່​ລະຫວ່າງ​ຕີນ​ຂອງ​ລາວ​ຈົນ​ກວ່າ​ຊີໂລ*ຈະ​ມາ+ ແລະ​ທຸກ​ຊົນຊາດ​ຈະເຊື່ອ​ຟັງ​ລາວ.+

  • ຈົດເຊັນບັນຊີ 24:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ‘ຂ້ອຍ​ຈະ​ເຫັນ​ລາວ ແຕ່​ບໍ່​ແມ່ນ​ຕອນ​ນີ້.

      ຂ້ອຍ​ຈະ​ເຫັນ​ລາວ ແຕ່​ບໍ່​ແມ່ນ​ໄວ​ໆ​ນີ້.

      ຈະ​ມີ​ດາວ​ດວງ​ໜຶ່ງ+ອອກ​ມາ​ຈາກ​ລູກ​ຫຼານ​ຂອງ​ຢາໂຄບ

      ແລະ​ຈະ​ມີ​ຄ້ອນ​ຂອງ​ກະສັດ​ອັນ​ໜຶ່ງ+ອອກ​ມາ​ຈາກ​ລູກ​ຫຼານ​ຂອງ​ອິດສະຣາເອນ.+

      ເຮົາ​ຈະ​ຕີ​ໜ້າ​ຜາກ​ຂອງ​ພວກ​ໂມອາບ+ໃຫ້​ແຕກ

      ແລະ​ທຸບ​ກະໂຫຼກ​ຂອງ​ຄົນ​ໂຫດ​ຮ້າຍ.

  • ລູກາ 7:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ທຸກ​ຄົນ​ກໍ​ຢ້ານ ແລ້ວ​ພາກັນ​ສັນລະເສີນ​ພະເຈົ້າ​ວ່າ: “ມີ​ຜູ້​ພະຍາກອນ​ທີ່​ຍິ່ງໃຫຍ່​ຢູ່​ກັບ​ພວກ​ເຮົາ​ແລ້ວ”+ ແລະ​ເຂົາເຈົ້າ​ຍັງ​ເວົ້າ​ອີກ​ວ່າ: “ພະເຈົ້າ​ສົນໃຈ​ປະຊາຊົນ​ຂອງ​ເພິ່ນ​ແລ້ວ.”+

  • ໂຢຮັນ 1:45
    ຄຳພີໄບເບິນສະບັບແປໂລກໃໝ່
    • 45 ຟີລິບ​ເຫັນ​ນະທານາເອັນ+​ແລະ​ບອກ​ລາວ​ວ່າ: “ພວກ​ເຮົາ​ເຫັນ​ຄົນ​ນັ້ນ​ທີ່​ບອກ​ໄວ້​ໃນ​ກົດໝາຍ​ຂອງ​ໂມເຊ​ແລະ​ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ຂຽນ​ໄວ້ ລາວ​ແມ່ນ​ເຢຊູ​ລູກ​ຂອງ​ໂຢເຊັບ+​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ.”

  • ໂຢຮັນ 6:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ເມື່ອ​ປະຊາຊົນ​ເຫັນ​ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ ເຂົາເຈົ້າ​ກໍ​ພາກັນ​ເວົ້າ​ວ່າ: “ຜູ້​ນີ້​ເປັນ​ຜູ້​ພະຍາກອນ​ຄົນ​ນັ້ນ​ແທ້​ໆ​ທີ່​ຈະ​ມາ​ໃນ​ໂລກ.”+

  • ກິດຈະການ 3:22
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ໂມເຊ​ກໍ​ບອກ​ໄວ້​ວ່າ ‘ພະ​ເຢໂຫວາ*​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ແຕ່ງຕັ້ງ​ຄົນ​ໜຶ່ງ​ໃນ​ພວກ​ເຈົ້າ​ໃຫ້​ເປັນ​ຜູ້​ພະຍາກອນ​ຄື​ກັບ​ຂ້ອຍ.+ ພວກ​ເຈົ້າ​ຕ້ອງ​ຟັງ​ທຸກ​ສິ່ງ​ທີ່​ລາວ​ບອກ.+

  • ກິດຈະການ 7:37
    ຄຳພີໄບເບິນສະບັບແປໂລກໃໝ່
    • 37 ໂມເຊ​ຜູ້​ນີ້​ແຫຼະ​ທີ່​ບອກ​ຄົນ​ອິດສະຣາເອນ​ວ່າ ‘ພະເຈົ້າ​ຈະ​ແຕ່ງຕັ້ງ​ຄົນ​ໜຶ່ງ​ໃນ​ພວກ​ເຈົ້າ​ໃຫ້​ເປັນ​ຜູ້​ພະຍາກອນ​ຄື​ກັບ​ຂ້ອຍ.’+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌