ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈົດເຊັນບັນຊີ 14:33
    ຄຳພີໄບເບິນສະບັບແປໂລກໃໝ່
    • 33 ລູກ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ຄົນ​ລ້ຽງ​ແກະ​ໃນ​ບ່ອນ​ກັນ​ດານ 40 ປີ+ ເຂົາ​ເຈົ້າ​ຕ້ອງ​ຮັບ​ຜົນ​ຍ້ອນພວກ​ເຈົ້າ​ເຮັດ​ຜິດ*ຕໍ່​ເຮົາ ຈົນ​ກວ່າ​ຄົນ​ສຸດທ້າຍ​ໃນ​ພວກ​ເຈົ້າ​ຈະ​ຕາຍ​ໃນ​ບ່ອນ​ກັນ​ດານ​ນີ້.+

  • ຈົດເຊັນບັນຊີ 32:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ‘ທຸກ​ຄົນທີ່​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ​ຊິ​ບໍ່​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ+​ວ່າ​ຊິ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ+ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້ເຊື່ອ​ຟັງເຮົາ​ສຸດ​ຫົວໃຈ.

  • ພະບັນຍັດ 1:35
    ຄຳພີໄບເບິນສະບັບແປໂລກໃໝ່
    • 35 ‘ຈະ​ບໍ່​ມີໃຜຈັກ​ຄົນ​ໃນ​ລຸ້ນ​ທີ່​ຊົ່ວ​ນີ້​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ​ໃຫ້​ພໍ່​ຂອງ​ພວກ​ເຈົ້າ.+

  • ເພງສັນລະເສີນ 95:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ເຮົາ​ສາບານ​ດ້ວຍ​ຄວາມ​ໃຈຮ້າຍ​ວ່າ:

      “ເຂົາເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ເຮົາ.”+

  • ເຮັບເຣີ 3:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ແລ້ວ​ແມ່ນ​ຜູ້​ໃດ​ທີ່​ເພິ່ນ​ສາບານ​ວ່າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ເພິ່ນ? ກໍ​ແມ່ນ​ພວກ​ນັ້ນ​ທີ່​ບໍ່​ຍອມ​ເຊື່ອຟັງ​ບໍ່​ແມ່ນ​ບໍ?

  • ຢູດາ 5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ຂ້ອຍ​ຢາກ​ຈະ​ເຕືອນ​ໃນ​ເລື່ອງ​ທີ່​ພວກ​ເຈົ້າ​ຮູ້​ຢູ່​ແລ້ວ. ເລື່ອງ​ນັ້ນ​ແມ່ນ ພະ​ເຢໂຫວາ*​ເຄີຍ​ຊ່ວຍ​ຊົນຊາດ​ໜຶ່ງ​ໃຫ້​ລອດ​ຈາກ​ເອຢິບ+ ແຕ່​ຕໍ່​ມາ​ເພິ່ນ​ໄດ້​ທຳລາຍ​ຫຼາຍ​ຄົນ​ທີ່​ບໍ່​ສະແດງ​ຄວາມ​ເຊື່ອ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌