-
ພະບັນຍັດ 15:4ຄຳພີໄບເບິນສະບັບແປໂລກໃໝ່
-
-
4 ໃນແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງເຈົ້າຊິເອົາໃຫ້ເຈົ້າເປັນມໍລະດົກແລະເຈົ້າຊິໄດ້ເຂົ້າໄປຢູ່ນັ້ນ+ ຄືຊິບໍ່ມີຜູ້ໃດທຸກຍາກດອກ ເພາະພະເຢໂຫວາຈະອວຍພອນເຈົ້າແນ່ນອນ.
-
-
ພະບັນຍັດ 15:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ເມື່ອເຈົ້າເຂົ້າໄປຢູ່ໃນແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງເຈົ້າຊິເອົາໃຫ້ເຈົ້າແລ້ວ ຖ້າໃນເມືອງທີ່ເຈົ້າຢູ່ມີພີ່ນ້ອງຂອງເຈົ້າກາຍເປັນຄົນທຸກຍາກ ຢ່າໃຈດຳແລະບໍ່ຊ່ວຍເຫຼືອລາວ.+
-
-
ລູກາ 6:34, 35ຄຳພີໄບເບິນສະບັບແປໂລກໃໝ່
-
-
34 ຖ້າພວກເຈົ້າໃຫ້ຄົນອື່ນຢືມ*ຍ້ອນຄິດວ່າຈະໄດ້ຄືນ ພວກເຈົ້າກໍບໍ່ໄດ້ດີກວ່າຄົນອື່ນແມ່ນບໍ?+ ແມ່ນແຕ່ຄົນທີ່ມັກເຮັດຜິດກໍໃຫ້ຄົນທີ່ມັກເຮັດຜິດຢືມຍ້ອນຄິດວ່າຈະໄດ້ຄືນຄືກັນ. 35 ແຕ່ໃຫ້ພວກເຈົ້າຮັກສັດຕູ ເຮັດດີກັບຄົນອື່ນ ແລະໃຫ້ຢືມໂດຍບໍ່ຫວັງຈະໄດ້ຄືນ+ ແລ້ວພວກເຈົ້າຈະໄດ້ລາງວັນທີ່ມີຄ່າຫຼາຍ. ພວກເຈົ້າຈະເປັນລູກຂອງພະເຈົ້າສູງສຸດ ຍ້ອນເພິ່ນເຮັດດີກັບຄົນເນລະຄຸນແລະຄົນຊົ່ວ.+
-