-
ເຢເຣມີຢາ 24:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ເຮົາຈະເຮັດໃຫ້ຊາດຕ່າງໆຢ້ານຫຼາຍເມື່ອເຫັນຄວາມຈິບຫາຍທີ່ເຮົາຈະເຮັດໃຫ້ເກີດຂຶ້ນກັບເຂົາເຈົ້າ.+ ຜູ້ຄົນຈະດູຖູກເຂົາເຈົ້າ ຈະໃຊ້ເຂົາເຈົ້າເປັນຕົວຢ່າງຂອງຄົນທີ່ເຈິຄວາມຈິບຫາຍ ຈະເຍາະເຍີ້ຍເຂົາເຈົ້າ ແລະຈະສາບແຊ່ງ+ເຂົາເຈົ້າຢູ່ທຸກບ່ອນທີ່ເຮົາເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປ.+
-
-
ເຢເຣມີຢາ 25:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ພະເຢໂຫວາບອກວ່າ “ເຮົາຈະເອີ້ນທຸກຄອບຄົວຂອງປະເທດຕ່າງໆທີ່ຢູ່ທາງເໜືອ+ແລະເອີ້ນເນບູກາດເນັດຊາກະສັດຂອງບາບີໂລນທີ່ເປັນຜູ້ຮັບໃຊ້ຂອງເຮົາມາ.+ ເຮົາຈະໃຫ້ເຂົາເຈົ້າມາຕໍ່ສູ້ແຜ່ນດິນນີ້+ ຄົນທີ່ຢູ່ແຜ່ນດິນນີ້ ແລະຊາດຕ່າງໆທີ່ຢູ່ອ້ອມຂ້າງແຜ່ນດິນນີ້.+ ເຮົາຈະທຳລາຍພວກເຈົ້າແລະຊາດເຫຼົ່ານີ້. ຜູ້ຄົນຈະຕົກໃຈແລະເຍາະເຍີ້ຍ*ເມື່ອເຫັນພວກເຈົ້າ ແລະແຜ່ນດິນນີ້ຈະກາຍເປັນຊາກຫັກພັງຕະຫຼອດໄປ.
-