-
2 ຂ່າວຄາວ 36:15, 16ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າໄດ້ໃຫ້ຜູ້ສົ່ງຂ່າວຂອງເພິ່ນມາເຕືອນເຂົາເຈົ້າຫຼາຍເທື່ອ ຍ້ອນເພິ່ນອີ່ຕົນປະຊາຊົນຂອງເພິ່ນແລະບໍ່ຢາກໃຫ້ວິຫານຖືກທຳລາຍ. 16 ແຕ່ເຂົາເຈົ້າເຍາະເຍີ້ຍຜູ້ສົ່ງຂ່າວຂອງພະເຈົ້າທ່ຽງແທ້+ ດູຖູກຄຳເຕືອນຂອງເພິ່ນ+ ແລະດູຖູກຜູ້ພະຍາກອນຂອງເພິ່ນ+ ພະເຢໂຫວາຈຶ່ງໃຈຮ້າຍໃຫ້ເຂົາເຈົ້າຫຼາຍ+ຈົນບໍ່ມີວິທີທີ່ຈະຊ່ວຍເຂົາເຈົ້າໄດ້.
-
-
ເອຊາຢາ 42:24ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ໃຜໃຫ້ຢາໂຄບຖືກຈັບ
ແລະໃຫ້ອິດສະຣາເອນຖືກປຸ້ນ?
ກໍແມ່ນພະເຢໂຫວາ ຍ້ອນເຂົາເຈົ້າໄດ້ເຮັດຜິດຕໍ່ເພິ່ນ
ບໍ່ໄດ້ໃຊ້ຊີວິດຕາມແນວທາງຂອງເພິ່ນ
ແລະບໍ່ໄດ້ເຊື່ອຟັງກົດໝາຍຂອງເພິ່ນ.+
-
-
ເຢເຣມີຢາ 40:2, 3ຄຳພີໄບເບິນສະບັບແປໂລກໃໝ່
-
-
2 ແລ້ວຫົວໜ້າທະຫານປ້ອງກັນໂຕກະສັດກໍເອີ້ນເຢເຣມີຢາໄປລົມນຳແລະເວົ້າກັບລາວວ່າ: “ພະເຢໂຫວາພະເຈົ້າຂອງເຈົ້າບອກລ່ວງໜ້າກ່ຽວກັບຄວາມຈິບຫາຍຂອງເມືອງນີ້ 3 ແລະພະເຢໂຫວາກໍເຮັດໃຫ້ມັນເກີດຂຶ້ນຄືກັບທີ່ເພິ່ນເຄີຍບອກໄວ້. ຍ້ອນພວກເຈົ້າເຮັດຜິດຕໍ່ພະເຢໂຫວາແລະບໍ່ເຊື່ອຟັງເພິ່ນ ຄວາມຈິບຫາຍນີ້ຈຶ່ງເກີດຂຶ້ນກັບພວກເຈົ້າ.+
-